Timor Leste ເລີ່ມ​ປະ​ຕິ​ບັດ​ວິ​ວັດ​ການ​ເຈ​ລະ​ຈາ​ເຂົ້າ​ເປັນ​ສະ​ມາ​ຊິກ WTO

(VOVWORLD) -ວັນທີ 2 ຕຸລາ,  Timor Leste ໄດ້ເລີ່ມປະຕິບັດບັນດາການເຈລະຈາເຂົ້າເປັນສະມາຊິກ WTO ຢ່າງເປັນທາງການ.
Timor Leste ເລີ່ມ​ປະ​ຕິ​ບັດ​ວິ​ວັດ​ການ​ເຈ​ລະ​ຈາ​ເຂົ້າ​ເປັນ​ສະ​ມາ​ຊິກ WTO - ảnh 1

(ພາບ: Twitter)

ລັດຖະມົນຕີປະສານງານບັນດາບັນຫາເສດຖະກິດຂອງ Timor Leste, ທ່ານ Joaquim Amaral, ໃຫ້ຮູ້ວ່າ ທີ່ການປະຊຸມຄັ້ງທຳອິດ ຂອງຄະນະປະຕິບັດງານ ຊື່ງໄດ້ສ້າງຕັ້ງຂຶ້ນເມື່ອປີ 2016, ບັນດາປະເທດສະມາຊິກ WTO ໄດ້ສະແດງຄວາມສະໜັບສະໜູນ ແລະ ຊົມເຊີຍຄວາມມານະພະຍາຍາມຂອງການນຳ Timor Leste ເພື່ອແນໃສ່ນຳປະເທດນີ້ ກາຍເປັນສະມາຊິກຂອງອົງການການຄ້າທົ່ວໂລກ. ທ່ານ Joaquim Amaral ຖືວ່າ ການເຂົ້າເປັນສະມາຊິກ WTO ຈະຍູ້ໄວລະດັບການເຕີບໂຕ ແລະ ຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ, ພ້ອມທັງແມ່ນບາດກ້າວເດີນເພື່ອໃຫ້ Timor Leste ເຂົ້າເປັນສະມາຊິກອາຊຽນ.

ບັນດາລະບຽບການເພື່ອເຂົ້າເປັນສະມາຊິກ WTO ເຄີຍແກ່ຍາວໃນເວລາ 2-3 ປີ ຍ້ອນຄວາມສັບສົນຂອງການຄ້າທັນສະໄໝ ແລະ ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາປະເທດສະມາຊິກ. ການປະຊຸມຄັ້ງຕໍ່ໄປກ່ຽວກັບກໍລະນີຂອງ Timor Leste ອາດຈະຖືກຈັດຂຶ້ນໃນຕົ້ນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ