UAE ຮຽກຮ້ອງ ກາຕາ ປ່ຽນແປງນະໂຍບາຍກ່ອນທີ່ດຳເນີນການເຈລະຈາ

(VOVWORLD) - ວັນທີ 22 ກໍລະກົດ, ສະຫະລັດອາຣັບ ເອມີເລັດ (UAE), ແມ່ນໜື່ງໃນ 4 ປະເທດ ອາຣັບ ນຳໃຊ້ບັນດາຄຳສັ່ງລົງໂທດຕໍ່ ກາຕາ, ຢືນຢັນວ່າ
UAE ຮຽກຮ້ອງ ກາຕາ ປ່ຽນແປງນະໂຍບາຍກ່ອນທີ່ດຳເນີນການເຈລະຈາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ສະຫະລັດອາຣັບ ເອມີເລັດ Anwar Gargash (ພາບ: AFP/TTXVN )

ກາຕາ ຄວນປ່ຽນແປງນະໂຍບາຍກ່ອນທີ່ສາມາດເລີ່ມຕົ້ນການເຈລະຈາ ເພື່ອແກ້ໄຂວິກິດການໃນປະຈຸບັນ. ທ່ານລັດຖະມົນຕີການຕ່າງປະເທດ ສະຫະລັດອາຣັບ ເອມີເລັດ Anwar Gargash ຖືວ່າ: ຄຳຮຽກຮ້ອງເຈລະຈາຂອງກະສັດ ກາຕາ Tamin bin Hamad al-Thani ໄດ້ຮັບຄວາມຊົມເຊີຍ, ແຕ່ເລື່ອງດັ່ງກ່າວ ພຽງແຕ່ໄດ້ເລີ່ມຕົ້ນເມື່ອ ໂດຮາ ປ່ຽນແປງເທົ່ານັ້ນ. ພ້ອມກັນນັ້ນ ທ່ານ Anwar Gargash ກໍ່ສະແດງຄວາມເສຍຫວັງຕໍ່ບົດກ່າວປາໄສຂອງກະສັດ Tamin ເມື່ອວັນທີ 21 ກໍລະກົດ. ທ່ານ Anwar Gargash ໃຫ້ຮູ້ວ່າ: ກ່ອນນັ້ນທ່ານມີຄວາມຫວັງກ່ຽວກັບບົດກ່າວປາໄສຂອງກະສັດ Tamin ຈະແມ່ນຂໍ້ລິເລີ່ມກ່ຽວກັບເລື່ອງພິຈາລະຈາຄືນໃໝ່ຫຼັກໝັ້ນຂອງ ໂດຮາ.

ຕອບກັບ

ຂ່າວ/ບົດ​ອື່ນ