UNESCO ເຊີດຊູ ໂຮ່ຊວນເຮືອງ ກໍ່ແມ່ນການເຊີດຊູພູມປັນຍາ, ວັດທະນະທຳມະນຸດຂອງຊາວ ຫວຽດນາມ

(VOVWORLD) -ພິທີເຊີດຊູ ແລະ ສະເຫລີມສະຫລອງ 250 ປີແຫ່ງວັນຄ້າຍວັນເກີດ(1772 - 2022), 200 ປີແຫ່ງວັນເຖິງແກ່ມໍລະນະກຳ ນັກກະວິຍິງ ໂຮ່ຊວນເຮືອງ ໄດ້ດຳເນີນໃນຕອນຄ່ຳວັນທີ 3 ທັນວາ ຢູ່ ນະຄອນ ວິງ ແຂວງ ເງະອານ. 
UNESCO  ເຊີດຊູ ໂຮ່ຊວນເຮືອງ ກໍ່ແມ່ນການເຊີດຊູພູມປັນຍາ, ວັດທະນະທຳມະນຸດຂອງຊາວ ຫວຽດນາມ - ảnh 1ທ່ານ Christian Manhart, ຫົວຫນ້າອົງການ UNESCO ປະຈຳ ຫວຽດນາມ ໄດ້ມອບມະຕິເຊີດຊູນາມມະຍົດ ນັກກະວີ ໂຮ່ຊວນເຮືອງ ໃຫ້ແກ່ ຫວຽດນາມ. (ພາບ:baochinhphu.vn)
  ທີ່ພິທີ, ທ່ານ Christian Manhart, ຫົວຫນ້າອົງການ UNESCO ປະຈຳ ຫວຽດນາມ ໄດ້ມອບມະຕິເຊີດຊູນາມມະຍົດ ນັກກະວີ ໂຮ່ຊວນເຮືອງ ໃຫ້ແກ່ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ຕາງຫນ້າການນຳແຂວງ ເງະອານ.

ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາວ່າ: ໂຮ່ຊວນເຮືອງ ແມ່ນນັກກະວີຍິງທີ່ມີຄວາມເກັ່ງກ້າສາມາດ, ບັນດາບົດກາບກອນຂອງນັກກະວີສະແດງໃຫ້ເຫັນແນວຄິດວັດທະນະທຳມະນຸດ, ມີລັກສະນະມວນມະນຸດອັນເລິກເຊິ່ງ. ທ່ານປະທານປະເທດ ເນັ້ນຫນັກວ່າ: ໂຮ່ຊວນເຮືອງ ແມ່ນນັກວັດທະນະທຳຍິ່ງໃຫຍ່, ພ້ອມທັງຕີລາຄາສູງເລື່ອງ UNESCO ໄດ້ມອບນາມມະຍົດໃຫ້ນັກກະວີຍິງ ໂຮ່ຊວນເຮືອງ ແມ່ນພາລະກິດສົ່ງບັນດານໃຈ ແລະ ແຜ່ຂະຫຍາຍການຜົນສະທ້ອນອັນຕັ້ງຫນ້າເຖິງທຸກຄົນຢູ່ໃນໂລກ.

 “ພວກເຮົາ ເຊີດຊູນັກກະວີຍິງ ໂຮ່ຊວນເຮືອງ ແມ່ນການເຊີດຊູຈັນຍາບັນ ແລະ ພູມປັນຍາຂອງແມ່ຍິງ ຫວຽດນາມ ພ້ອມທັງ ພວກເຮົາເຫັນໄດ້ຄວາມມານະພະຍາຍາມ, ການສູ້ຊົນຂອງພັກ ແລະ ລັດ ຫວຽດນາມໃຫ້ແກ່ສິດຜົນປະໂຫຍດ ແລະ ຄວາມຍຸຕິທຳສຳລັບແມ່ຍິງຜ່ານການເສີມຂະຫຍາຍການປະກອບສ່ວນອັນໃຫຍ່ຫລວງຂອງແມ່ຍິງ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ແລະ ການສ້າງສາປະເທດຊາດ ກໍ່ຄືຖານະສຳຄັນຂອງແມ່ຍິງ ຫວຽດນາມ ໃນຖັນແຖວການນຳປະເທດຊາດ, ຫົວຫນ້າຢູ່ອົງການຈັດຕັ້ງໃນທຸກລຸ້ນຄົນ”

ຕອບກັບ

ຂ່າວ/ບົດ​ອື່ນ