Vietnam Airlines ດຶງດູດແຂກທ່ອງທ່ຽວ ແບນຊິກ ມາຍັງ ຫວຽດນາມ

(VOVWORLD) - ວັນທີ 04 ກໍລະກົດ, ທີ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໄດ້ຈັດຕັ້ງກອງປະຊຸມສຳມະນາເພື່ອແນະນຳບັນດາສາຍການບິນຂອງບໍລິສັດກັບບັນດາຜູ້ຕາງໜ້າທີ່ມາຈາກບໍລິສັດທ່ອງທ່ຽວ ແບນຊິກ ກ່ວາ 30 ແຫ່ງ. 
Vietnam Airlines ດຶງດູດແຂກທ່ອງທ່ຽວ ແບນຊິກ ມາຍັງ ຫວຽດນາມ - ảnh 1ພາບປະກອບ/TTXVN 

ກອງປະຊຸມສຳມະນາແມ່ນເພື່ອແນໃສ່ແນະນຳ ແລະ ໂຄສະນາຂໍ້ມູນຂ່າວສານກ່ຽວກັບ Vietnam Airlines, ບັນດາສາຍການບິນ ແລະ ການບໍລິການເຊິ່ງບໍລິສັດໄດ້ສະໜອງ, ພ້ອມກັນນັ້ນ ກໍ່ແນະນຳກ່ຽວກັບບັນດາບຸລິມະສິດທີ່ສະຫງວນໃຫ້ແຂກທ່ອງທ່ຽວຈາກ ບຣຸກແຊນ ມາທ່ອງທ່ຽວ ຫວຽດນາມ ຜ່ານບັນດາຈຸດສົ່ງຕໍ່ໃຫຍ່ຂອງ ເອີຣົບ ຄື: Paris, Frankfurt, London…

 

ຕອບກັບ

ຂ່າວ/ບົດ​ອື່ນ