Vietnam Airlines ຖືກຈັດ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ 10 ບໍ​ລິ​ສັດ​ການ​ບິນ​ສາ​ກົນ​ທີ່​ດີ​ທີ່​ສຸດ​ປີ 2023 ໂດຍ Bounce ຄັດ​ເລືອກ

(VOVWORLD) -    ບໍລິສັດການບິນ Vietnam Airlines ນອນໃນບັນຊີລາຍຊື່ 10 ບໍລິສັດການບິນສາກົນທີ່ດີທີ່ສຸດໃນປີ 2023, ຕາມຕາຕະລາງຈັດອັນດັບຂອງ Bounce, ເຊິ່ງເປັນບໍລິສັດການບໍລິການຂົນສົ່ງ ທີ່ມີສຳນັກງານຕັ້ງຢູ່ ອາເມລິກາ ແລະ ເຄື່ອນໄຫວຢູ່ຫຼາຍກວ່າ 1.000 ແຫ່ງ ໃນໂລກ.
Vietnam Airlines ຖືກຈັດ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ 10 ບໍ​ລິ​ສັດ​ການ​ບິນ​ສາ​ກົນ​ທີ່​ດີ​ທີ່​ສຸດ​ປີ 2023 ໂດຍ Bounce ຄັດ​ເລືອກ - ảnh 1ເຮືອບິນຂອງບໍລິສັດການບິນ Vietnam Airlines  ລົງຈອດຢູ່ໜະໜາມບິນ ເຕິນເຊີນເຍິດ (ພາບ:TTXVN)

ຕາຕະລາງຈັດອັນດັບ ໄດ້ປະຕິບັດໂດຍອີງໃສ່ການໄຈ້ແຍກຂອງບັນດານັກຊ່ຽວຊານຂອງ Bounce, ຕາມນັ້ນແລ້ວ ກໍ່ໄດ້ປຽບທຽບ ແລະ ໃຫ້ຄະແນນບໍລິສັດການບິນ 60 ແຫ່ງທົ່ວໂລກ ໂດຍອີງໃສ່ບັນດາມາດຖານຄື: ຈຳນວນຖ້ຽວບິນທີ່ປະຕິບັດຖືກໂມງເວລາ, ຈຳນວນຖ້ຽວບິນທີ່ເລື່ອນ ແລະ ໂຈະໄວ້, ຄຸນນະພາບການບໍລິການຮັບໃຊ້ຜູ້ໂດຍສານໃນເຮືອນບິນ, ບ່ອນນັ່ງ, ສະຖານທີ່ຮັບໃຊ້ພາລະກອນ, ການໜູຊ່ວຍພາກໜ້າດິນ…

        ນຳໜ້າຕາຕະລາງຈັດອັນດັບປີນີ້ແມ່ນ Japan Airlines (ຍີ່ປຸ່ນ), ຖັດຈາກນັ້ນແມ່ນ Singapore Airlines (ສິງກະໂປ), Qatar Airways (ກາຕາ). Vietnam Airlines ຢູ່ໃນລະດັບດຽວກັນກັບບໍລິສັດການບິນ Emirates (ສະຫະລັດ ອາຣັບ ເອມມີເລດ).


ຕອບກັບ

ຂ່າວ/ບົດ​ອື່ນ