Vietnam Airlines ເປີດສາຍການບິນໂດຍກົງເຖິງສະໜາມບິນ Hesthrow ຢູ່ລອນດອນ

Vietnam Airlines ເປີດສາຍການບິນໂດຍກົງເຖິງສະໜາມບິນ Hesthrow ຢູ່ລອນດອນ - ảnh 1
ນັກທ່ອງທ່ຽງຖ່າຍຮູບກ່ອນໄປຢ້ຽມຢາມຫວຽດນາມ
(ພາບ: Vietnam+)

(vovworld) – ຕອນ​ເຊົ້າ​ວັນ​ທີ 31/03, ​ເຮືອບິນ​ໝາຍ​ເລກ VN 55 ຂອງ​ບໍລິສັດ​ການ​ບິນ​ແຫ່ງ​ຊາດ​ຫວຽດນາມ (Vietnam Airlines) ​ໄດ້​​ບິນ​ຈາກ​ສະໜາມ​ບິນ ​ໂນ້ຍບ່າຍ ລົງ​ສະໜາມ​ບິນ Hesthrow ຢູ່​ລອນ​ດອນ, ປະ​ເທດ​ອັງກິດ ​ໄດ້​​ເປີດ​ການ​ບໍລິການ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ສະໜາມ​ບິນ​ໃຫຍ່​ກວ່າ​ໝູ່​ຂອງ​ລາຊະ​ອານາຈັກ​ອັງກິດ ກັບສະໜາມ​ບິນໂນ້ຍບ່າຍ ​ແລະ ​ເຕີນ​ເຊີນ​ຍືດ. ນັບ​ແຕ່​ວັນ​ທີ 31/03, ຜູ້​ໂດຍສານ​ຂອງ Vietnam Airlines ​ເມື່ອ​ໄປ/ມາ​ ລອນ​ດອນ ຈະ​​​ເຮັດລະບຽບ, ຂຶ້ນ​ຍົນ​ຢູ່​ສະຖານີສະໜາມ​ບິນ T4 ຂອງ​ສະໜາມ​ບິນ Hesthrow, ​ແທນ​ທີ່​​ເຮັດ​ລະບຽບການ​ຢູ່ສະໜາມ​ບິນ Gatwick ​ເຊິ່ງຫວຽດນາມ ​ໄດ້​ຂຸດ​ຄົ້ນ​ກ່ອນ​ນັ້ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ John Holland Kaye, ຫົວໜ້າ​ບໍລິຫານສະໜາມ​ບິນ Hesthrow ຖື​ວ່າ, ຫວຽດນາມ ພວມ​ແມ່ນ​ຈຸດ​ນັດພົບ​ທີ່​ນັບ​ມື້​ນັບ​ດຶງ​ດູດໃຫ້​ແກ່​ຈຸດປະສົງຄົ້ນຫາການທ່ອງ​ທ່ຽວ ​ແລະ ດຳ​ເນີນ​ທຸລະ​ກິດ. ທ່ານ​ຢືນຢັນ​ວ່າ, ​​ເລື່ອງ Vietnam Airlines ຫັນ​ການ​ຂຸດ​ຄົ້ນ​ໄປ​ສູ່​ສະໜາມ​ບິນ Hesthrow ​​ແມ່ນ​ຂ່າວ​ດີ​ໃຫ້​ປະ​ເທດ​ອັງກິດ, ຍ້ອນ​ມັນໄດ້​ຊ່ວຍ​ຮັບປະກັນ​ສາຍ​ການບິນ​ໂດຍ​ກົງ​ເຖິງ​ພື້ນຖານ​ເສດຖະກິດ​ທີ່ພວມ​ເຕີບ​ໂຕ.

ຂ່າວ/ບົດ​ອື່ນ