Vietnam Airlines ເປັນ​ເຈົ້າ​ພາບຈັດ​ກອງ​ປະ​ຊຸມ​ການ​ບິນ​ສາ​ກົນ IAS 2024

(VOVWORLD) - ປີ 2024, Vietnam Airlines ຈະເປັນເຈົ້າພາບຈັດກອງປະຊຸມການບິນສາກົນ International Airline Symposium (IAS), ເຊິ່ງຈະດຳເນີນໃນລະຫວ່າງວັນທີ 27 – 29 ກຸມພາ ຈະມາເຖິງຢູ່ ຮ່າໂນ້ຍ.
Vietnam Airlines ເປັນ​ເຈົ້າ​ພາບຈັດ​ກອງ​ປະ​ຊຸມ​ການ​ບິນ​ສາ​ກົນ IAS 2024 - ảnh 1(ພາບປະກອບ: vov.vn)

ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້ "Navigating Aviation in a Never Normal World" - ຂະແໜງການບິນ: ຫັນທິດໃນສະພາບບໍ່ເປັນປົກກະຕິ”’ ໂດຍມີການເຂົ້າຮ່ວມຂອງຜູ້ແທນປະມານ 60 ທ່ານ, ລວມມີ: ການນຳບັນດາອົງການຈັດຕັ້ງ, ວິສາຫະກິດການບິນ ແລະ ວິສາຫະກິດອື່ນທີ່ມາຈາກຫຼາຍປະເທດ.

ດ້ວຍຖານະເປັນເຈົ້າພາບ IAS 2024, Vietnam Airlines ມີໂອກາດຮັບເອົາຄຳເຫັນຈາກບັນດານັກຊ່ຽວຊານແຖວໜ້າໃນໂລກ, ປຶກສາຫາລືລົງເລິກກວ່າກ່ຽວກັບບັນດາທ່າອ່ຽງ, ເຕັກໂນໂລຢີໃໝ່ສຸດໃນຂົງເຂດການບິນ, ຈາກນັ້ນ ເປັນເຈົ້າການສ້າງຍຸດທະສາດພັດທະນາໃນສະພາບການໂລກມີການຜັນແປຫຼາຍຢ່າງ. IAS 2024 ກໍແມ່ນໂອກາດເພື່ອໂຄສະນາພາບພົດຂອງປະເທດ, ປະຊາຊົນ ຫວຽດນາມ ໃຫ້ຜູ້ໂດຍສານສາກົນເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ