VinFast ເຊັນກັບສາຂາຈຳໜ່າຍ 5 ແຫ່ງທຳອິດຢູ່ 4 ລັດຂອງ ອາເມລິກາ

(VOVWORLD) - ນີ້ແມ່ນບາດກ້າວສຳຄັນຢືນຢັນຄຳໝັ້ນສັນຍາຂອງ VinFast ໃນການເປີດກວ້າງເຄືອຂ່າຍດຳເນີນທຸລະກິດ, ຈຳກັດເວລານຳຜະລິດຕະພັນອອກສູ່ຕະຫຼາດລົງ.
VinFast ເຊັນກັບສາຂາຈຳໜ່າຍ 5 ແຫ່ງທຳອິດຢູ່ 4 ລັດຂອງ ອາເມລິກາ - ảnh 1ລົດໄຟຟ້າອັດສະລິຍະທົ່ວໂລກ VinFast
(ພາບ: TTXVN)

        ວັນທີ 02 ມັງກອນ, ຢູ່ Los Angeles (ອາເມລິກາ), ບໍລິສັດຜະລິດລົດໄຟຟ້າອັດສະລິຍະທົ່ວໂລກ VinFast ໄດ້ປະກາດການລົງນາມກັບສາຂາຈຳໜ່າຍ 5 ແຫ່ງທຳອິດຢູ່ 4 ລັດຢູ່ ອາເມລິກາ, ນຳມາເຊິ່ງໂອກາດນຳໃຊ້ລົດໄຟຟ້າ VinFast ໃຫ້ແກ່ລູກຄ້າ.

ບັນດາສາຂາຈຳໜ່າຍທຳອິດລວມມີ: Leith VinFast (ທາງທິດເໜືອ Carolina), Smith Haven VinFast (New York), Principle VinFast Grapevine ແລະ Hiley VinFast (Texas) VinFast Wichita (Kansas). ທ່ານນາງ ເຈິ່ນມາຍຮວາ, ຮອງຜູ້ອຳນວຍການໃຫຍ່ດຳເນີນທຸລະກິດ ແລະ Marketing VinFast ທົ່ວໂລກ, ໃຫ້ຮູ້ວ່າ, ນີ້ແມ່ນບາດກ້າວສຳຄັນຢືນຢັນຄຳໝັ້ນສັນຍາຂອງ VinFast ໃນການເປີດກວ້າງເຄືອຂ່າຍດຳເນີນທຸລະກິດ, ຈຳກັດເວລານຳຜະລິດຕະພັນອອກສູ່ຕະຫຼາດລົງ.

ຄາດວ່າ, VinFast ຈະເບີດກວ້າງເຄືອຂ່າຍຈຳໜ່າຍຜະລິດຕະພັນລົດໄຟຟ້າ VinFast ເຖິງ 125 ແຫ່ງໃນທົ່ວປະເທດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ