(VOVWORLD) - ບັນດານັກຂ່າວຕ້ອງຕິດຕາມຢ່າງໃກ້ຊິດ, ມີບັນດາແຫຼ່ງຂ້ໍມູນປິ່ນອ້ອມຂອງກອງປະຊຸມໃຫຍ່ ເພື່ອປະກອບສ່ວນຢືນຢັນຄວາມເຊື່ອໝັ້ນເຂົ້າໃນເນື້ອໃນຂອງກອງປະຊຸມໃຫຍ່
(ທ່ານ ໂດ້ຕຽນຊີ້, ຜູ້ອຳນວຍການໃຫຍ່ VOV ແລະ ການນຳ VOV ແລກປ່ຽນກັບນັກຂ່າວ) |
ບັນດາພາຫະນະສື່ມວນຊົນຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຕ້ອງສືບຕໍ່ຕິດພັນກັບການໂຄສະນາເຜີຍແຜ່ບັນດາການເຄື່ອນໄຫວທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ. ນີ້ແມ່ນຄຳຮຽກຮ້ອງຂອງ ທ່ານ ໂດ້ຕຽນຊີ້, ຜູ້ອຳນວຍການໃຫຍ່ VOV, ເມື່ອໄປກວດກາ, ລະດົມກຳລັງໃຈນັກຂ່າວ, ບັນນາທິການ, ນັກເຕັກນິກທີ່ພວມປະຕິບັດງານຢູ່ເຂດເຮັດວຽກຂອງ VOV ທີ່ສູນສື່ມວນຊົນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.
ເມື່ອລະດົມກຳລັງໃຈບັນດານັກຂ່າວ, ບັນນາທິການ, ນັກເຕັກນິກຂອງ VOV ທີ່ທັງຕິດຕາມ, ໃຫ້ຂ່າວຜູ້ແທນປຶກສາຫາລືເອກະສານກອງປະຊຸມໃຫຍ່ ໃນວາລະປະຊຸມທີ່ຈັດຂຶ້ນຢູ່ຫໍປະຊຸມໃນຕອນເຊົ້າວັນທີ 21 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານ ໂຕ້ຕຽນຊີ້, ຜູ້ອຳນວຍການໃຫຍ່ VOV ຮຽກຮ້ອງວ່າ:
“ບັນດານັກຂ່າວຕ້ອງຕິດຕາມຢ່າງໃກ້ຊິດ, ມີບັນດາແຫຼ່ງຂ້ໍມູນປິ່ນອ້ອມຂອງກອງປະຊຸມໃຫຍ່ ເພື່ອປະກອບສ່ວນຢືນຢັນຄວາມເຊື່ອໝັ້ນເຂົ້າໃນເນື້ອໃນຂອງກອງປະຊຸມໃຫຍ່, ໂດຍສະເພາະແມ່ນບັນດາບົດກ່າວປາໄສຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ວາລະໄຂກອງປະຊຸມໃນຕອນເຊົ້າວັນທີ 20 ມັງກອນ. ພ້ອມກັນນັ້ນກໍ່ແມ່ນບັນດາບົດປະກອບຄຳເຫັນຂອງຜູ້ແທນທີ່ວາລະປະຊຸມໃນວັນທີ 21 ມັງກອນ ນີ້”.