(VOVWORLD) - ສຳລັບ ລາວ, ວິທະຍຸໂທລະພາບແຫ່ງຊາດ ລາວ, VOV ພວກຂ້າພະເຈົ້າຍາມໃດກໍ່ໜູນຊ່ວຍ ແລະ ຮ່ວມເດີນທາງ.
(ທ່ານຮອງຜູ້ອຳນວຍການໃຫຍ່ VOV ໂງມິນຫຽນ ກ່າວຄຳເຫັນທີ່ການຕ້ອນຮັບ) |
ຕອນເຊົ້າວັນທີ 24 ກັນຍາ, ຢູ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58, ຖະໜົນ ກວານຊື, ຮ່າໂນ້ຍ, ທ່ານ ໂງມິນຫຽນ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຕ້ອນຮັບ ທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະ, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ, ຫົວໜ້າບັນນາທິການໜັງສືພິມປະຊາຊົນ.
ທີ່ການຕ້ອນຮັບ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ໂງມິນຫຽນ ໃຫ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ເພື່ອຕອບສະໜອງຄວາມຮຽກຮ້ອງຂອງການປ່ຽນແປງໃໝ່, VOV ໄດ້ພັດທະນາກາຍເປັນໜ່ວຍສື່ສານ ດ້ວຍ 6 ຊ່ອງກະຈາຍສຽງ ມີ 13 ພາສາບັນດາເຜົ່າ, 12 ພາສາຕ່າງປະເທດ, ໃນນັ້ນມີພະແນກລາຍການກະຈາຍສຽງພາກພາສາ ລາວ (ຂຶ້ນກັບ VOV5). ກ່ຽວກັບການພົວພັນຂອງ VOV ກັບບັນດາອົງການສື່ມວນຊົນຂອງ ລາວ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ໂງມິນຫຽນ ໃຫ້ຮູ້ວ່າ:
“ສຳລັບ ລາວ, ວິທະຍຸໂທລະພາບແຫ່ງຊາດ ລາວ, VOV ພວກຂ້າພະເຈົ້າຍາມໃດກໍ່ໜູນຊ່ວຍ ແລະ ຮ່ວມເດີນທາງ. ໃນໄລຍະຈະມາເຖິງ, ດ້ວຍການຮ່ວມມືຂອງຄະນະປະສົມລະຫວ່າງ 2 ຝ່າຍຈະສືບຕໍ່ມີບັນດາໂຄງການເພື່ອໜູນຊ່ວຍໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ. VOV ພ້ອມແລ້ວທີ່ຈະປະຕິບັດເມື່ອລັດຖະບານມອບໝາຍໃຫ້”.
(ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໜັງສືພິມປະຊາຊົນ) |
ສ່ວນ ທ່ານ ວັນໄຊ ຕະວິນຍານ ແບ່ງປັນວ່າ ໃນແຕ່ລະວັນ, ໜັງສືພິມປະຊາຊົນ ມີພາກຂ່າວຕ່າງປະເທດ ຕິດຕາມ ແລະ ເກັບກຳບັນດາແຫຼ່ງຂ່າວຈາກ VOV ພາກພາສາ ລາວ. ບັນດາແຫຼ່ງຂ່າວມີຄວາມອຸດົມສົມບູນ ແລະ ເນື້ອໃນມ່ວນ; ທ່ານປາດຖະໜາຢາກໄດ້ຮັບການໜູນຊ່ວຍ, ຮ່ວມມື ແລະ ແລກປ່ຽນ, ແບ່ງປັນບົດຮຽນຈາກ VOV.