(VOVWORLD) - ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ບັນດາການນຳ, ອະດີດການນຳພັກ, ລັດ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV) |
ຕອນເຊົ້າວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ຄະນະການເມືອງພາຍໃນສູນກາງພັກໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຄະນະການເມືອງພາຍໃນຂອງພັກ (5/1/1966 - 5/1/2026) ແລະ ຕ້ອນຮັບຫຼຽນໄຊໂຮ່ຈີມິນ ຄັ້ງທີ 2. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ບັນດາການນຳ, ອະດີດການນຳພັກ, ລັດ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ວຽກງານການເມືອງພາຍໃນແມ່ນຂົງເຂດຫຼັກແຫຼ່ງ ເພື່ອແນໃສ່ປົກປັກຮັກສາພັກ, ປົກປັກຮັກສາລະບອບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຂອງປະຊາຊົນ. ທ່ານຊີ້ແຈ້ງວ່າ:
ຕ້ອງຍູ້ແຮງວຽກງານເປັນເສນາທິການ, ຫັນປ່ຽນຢ່າງແຮງກ່ວາ, ມີປະສິດທິຜົນກ່ວາ, ຍືນຍົງກ່ວາໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ້ນເບື້ອງ, ໄພຍໍ້ທໍ້. ນີ້ແມ່ນໜ້າທີ່ຍຸດທະສາດ, ຍາວນານ, ຕ້ອງດຳເນີນດ້ວຍຄວາມມານະອົດທົນ, ເປັນປະຈຳ, ຕໍ່ເນື່ອງ, ບໍ່ຢຸດຢັ້ງ; ໄດ້ບໍ່ເຮັດຕາມແບບກະແສຂະບວນການຢ່າງເດັດຂາດ.