ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

(VOVWORLD) - ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ. 
ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ” - ảnh 1ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ (ພາບ: quochoi.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງ ສະພາແຫ່ງຊາດ ຫວຽດນາມ ຄັ້ງທຳອິດ ໃນຂອບເຂດທົ່ວປະເທດ(6/1/1946 - 6/1/2026), ວັນທີ 5 ມັງກອນ, ງານວາງສະແດງວັດຖຸເອກະສານ ສະພາແຫ່ງຊາດ ຫວຽດນາມ - ວິວັດການ 80 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ ໄດ້ໄຂຂຶ້ນຢູ່ຫໍສະໝຸດແຫ່ງຊາດ ຫວຽດນາມ (ຮ່າໂນ້ຍ). ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ, ຄືວິວັດການປະຫວັດສາດທີ່ມີຊີວິດຊີວາ, ວາດພາບເສັ້ນທາງ 80 ປີ ສະພາແຫ່ງຊາດ ຫວຽດນາມ ມີການປ່ຽນແປງໃໝ່, ພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ. ງານວາງສະແດງ ມີ 4 ຫົວຂໍ້: ການເລືອກຕັ້ງທົ່ວປະເທດປີ 1946 - ເຫດການສຳຄັນຍິ່ງໃນປະຫວັດສາດຂອງຊາດຫວຽດນາມ; ສະພາແຫ່ງຊາດ ຫວຽດນາມ ໃນວິວັດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ; ສະພາແຫ່ງຊາດ ຫວຽດນາມ ໃນພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ, ສະພາແຫ່ງຊາດ ຫວຽດນາມ - 80 ປີຮ່ວມເດີນທາງພ້ອມກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ