VOV ມີ 4 ຜົນງານບັນລຸລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້

(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຍ້ອງຍໍຊົມເຊີຍ, ອວຍພອນບັນດານັກຂ່າວ, ກຸ່ມນັກຂ່າວຂອງ 54 ຜົນງານດີເດັ່ນທີ່ສຸດທີ່ໄດ້ຮັບການຍ້ອງຍໍ, ສັນລະເສີນໃນຄັ້ງນີ້
VOV ມີ 4 ຜົນງານບັນລຸລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ - ảnh 1ບັນດາຜູ້ໄດ້ຮັບລາງວັນ

ຕອນຄ່ຳວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ຄັ້ງທີ 4 ປີ 2022 – 2023.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຍ້ອງຍໍຊົມເຊີຍ, ອວຍພອນບັນດານັກຂ່າວ, ກຸ່ມນັກຂ່າວຂອງ 54 ຜົນງານດີເດັ່ນທີ່ສຸດທີ່ໄດ້ຮັບການຍ້ອງຍໍ, ສັນລະເສີນໃນຄັ້ງນີ້. ທ່ານ ຫງວຽນຈ້ອງເຫງັຍ, ສະເໜີວ່າ:

        “ກ່ອນອື່ນໝົດ, ຕ້ອງສືບຕໍ່ຊຸກຍູ້ສື່ມວນຊົນປະຕິວັດ ຫວຽດນາມ ທີ່ເຂົ້າຮ່ວມຢ່າງຕັ້ງໜ້າ, ມີປະສິດທິຜົນໃນພາລະກິດແຫ່ງການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້. ທີສອງແມ່ນ, ສ້າງຄວາມເປັນເອກະພາບສູງກ່ຽວກັບສະຕິຄວາມຮັບຮູ້ ແລະ ການກະທຳໃນປະຊາຊົນທຸກຊັ້ນວັນນະກ່ຽວກັບການປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ສ້າງວັດທະນະທຳປະຢັດ, ວັດທະນະທຳຊັດຊື່ບໍລິສຸດ, ບໍ່ສໍ້ລາດບັງຫຼວງ, ຟຸມເຟືອຍເທື່ອລະກ້າວ”.

        ພາຍຫຼັງສອງປີແຫ່ງການຈັດຕັ້ງ ແລະ ຜັນຂະຫຍາຍ, ຮອດວັນທີ 31 ສິງຫາ ປີນີ້, ຄະນະຈັດຕັ້ງໄດ້ຮັບກ່ວາ 1.000 ຜົນງານ ໃນ 4 ປະເພດສື່ມວນຊົນ: ໜັງສືພິມ, ສື່ເອເລັກໂຕນິກ, ກະຈາຍສຽງ, ໂທລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ