(VOVWORLD) - ຕອນຄ່ຳວັນທີ 03 ພະຈິກ, ພິທີມອບລາງວັນ ABU ໄດ້ຈັດຂຶ້ນໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະຫະສະມາຄົມກະຈາຍສຽງໂທລະພາບ ອາຊີ - ປາຊີຟິກ ABU ຄັ້ງທີ 54 ພວມດຳເນີນໄປຢູ່ ຈີນ.
VOV ຮັບລາງວັນກະຈາຍສຽງຂອງ ABU |
ບົດກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ດ້ວຍຫົວຂໍ້ວ່າ “ຖ້າຫາກມີຊີວິດພຽງມື້ດຽວ” ອອກອາກາດຂອງລາຍການ “ຖະນຸຖະໜອນໃນແຕ່ລະມື້” ຂອງຊ່ອງສຸຂະພາບ FM 89 MHz ໄດ້ຮັບລາງວັນພິເສດຈາກຄະນະກຳມະການ. ບົດກະຈາຍສຽງດັ່ງກ່າວ ໄດ້ສ່ອງແສງເຖິງມາໂນຈິດໃນການດຳລົງຊີວິດຂອງບັນດາຜູ້ເປັນໂລກພະຍາດມະເຮັງ.
ລາງວັນ ABU ແມ່ນລາງວັນປະຈຳປີ ໄດ້ມອບຢູ່ກອງປະຊຸມສະມັດຊາໃຫຍ່ ABU. ປີ 2017 ຄະນະຈັດຕັ້ງໄດ້ຄັດເລືອກບົດປະພັນການກະຈາຍສຽງ ແລະ ໂທລະພາບກ່ວາ 250 ບົດ ເພື່ອເຂົາຮ່ວມການເສັງ.