VOV ເປີດ​ສະຫຼອງ​ສະ​ຖາ​ນີ​ກະ​ຈາຍ​ສຽງ​ທາງ​ທິດ​ໃຕ້​ຂອງ​ພາກ​ກາງ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 16 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງ ສະຖານີກະຈາຍສຽງທາງທິດໃຕ້ຂອງພາກກາງ ຫວຽດນາມ ຢູ່ຕາແສງເຟືອກຢິງ, ເມືອງທ້ວນນາມ ແຂວງນິງທ້ວນ.
VOV ເປີດ​ສະຫຼອງ​ສະ​ຖາ​ນີ​ກະ​ຈາຍ​ສຽງ​ທາງ​ທິດ​ໃຕ້​ຂອງ​ພາກ​ກາງ ຫວຽດ​ນາມ - ảnh 1

    ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ອວຍພອນວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ຈັດພິທີ ກົງກັບໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 - 21/6/2023);

ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ຊົມເຊີຍ ແລະ ຕີລາຄາສູງບັນດາຄວາມພະຍາຍາມຂອງ ວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ມານະພະຍາມ ຜ່ານຜ່າບັນດາຄວາມຫຍຸ້ງຍາກ ເພື່ອໃນມື້ນີ້ ໄດ້ເປີດສະຫຼອງ ສະຖານີກະຈາຍສຽງທາງທິດໃຕ້ຂອງພາກກາງ ຫວຽດນາມ. ເຫດການນີ້ ມີຄວາມໝາຍສຳຄັນທີ່ສຸດ ນຳສຽງເວົ້າຫວຽດນາມ, ກະບອກສຽງຂອງພັກ, ລັດ ປົກຄຸມຄື່ນບົນເຂດທະເລ, ເກາະທາງທິດຕາເວັນອອກສ່ຽງໃຕ້ຂອງປະເທດຊາດ, ເຂດຫ່າງໄກສອກຫຼີກຂອງບັນດາແຂວງ ທາງທິດໃຕ້ຂອງພາກກາງ ຫວຽດນາມ ເພື່ອຮັບໃຊ້ ປຊຊ.

  ສະເໜີໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ຈົ່ງສືບຕໍ່ຍົກສູງຄຸນນະພາບຂ່າວ ບົດ ຕອບສະໜອງຄວາມຕ້ອງການຂໍ້ມູນຂ່າວຂອງ ປຊຊ ເປັນຢ່າງດີທີ່ສຸດ, ສອ່ງແສງທັນການບັນດາແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ໃນບັນດາຂົງເຂດ ແລະສະພາບປະຕິບັດຂອງບັນດາທ້ອງຖິ່ນ,ກະຊວງ, ຂະແໜງການ, ເພີ່ມທະວີບົດຕ່າງໆສະຫງວນໃຫ້ແກ່ຊາວປະມົງ, ພະນັກງານ, ນັກຮົບໃນທະເລເຂດເກາະ, ໂດນສະເພາະແມ່ນຂ່າວກ່ຽວກັບການປົກປັກີກສາອະທິປະໄຕຂອງປະເທດຊາດ, ກ່ຽວກັບການປະຕິບັດກົດໝາຍບົນທະເລ; ຂ່າວພະຍາກອນດິນຟ້າອາກາດ ວິທີການປ້ອງກັນ ຕ້ານໄພທຳມະຊາດ ແລະບັນດາການຜັນແປຜິດປົກກະຕິຂອງດິນຟ້າອາກາດບົນທະເລ.

  ຕາງໜ້າໃຫ້ ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານຜູ້ອຳນວຍການໃຫ່ຍ ໂດ້ຕຽນຊີ ຢືນຢັນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ມີສະຕິຄວາມຮັບຮູ້ອັນເລິກເຊິ່ງ ຕໍ່ຄວາມຮັບຜິດຊອບຂອງຕົນ ສູ້ຊົນປະຕິບັດສຳເລັດບັນດາໜ້າທີ່ທີ່ໄດ້ຮັບການໝອບໝາຍ ກາຍເປັນອົງການສື່ມວນຊົນຫຼາຍປະເພດ, ທັນສະໄໝ ຮັບໃຊ້ໜ້າທີ່ໂຄສະນາເປັນຢ່າງດີທີ່ສຸດ ແມ່ນເວທີປາໄສຂອງ ປຊຊ ທຸກຊັ້ນຄົນ

ຕອບກັບ

ຂ່າວ/ບົດ​ອື່ນ