VOV ເພີ່ມທະວີການ ຮ່ວມມືກັບກຸ່ມບໍລິສັດສື່ສານ SME ມາ​ເລ​ເຊຍ

VOV ເພີ່ມທະວີການ ຮ່ວມມືກັບກຸ່ມບໍລິສັດສື່ສານ SME ມາ​ເລ​ເຊຍ - ảnh 1
ຄະນະ​ຜູ້ຕາງໜ້າວິທະຍຸ ກະຈາຍສຽງຫວຽດນາມ  ​ແລະ ຄະນະ​ຜູ້ຕາງໜ້າກຸ່ມ ບໍລິສັດສື່ສານ SME – Malaysia

Vovworld- ຕອນ​ບ່າຍວັນທີ 14/12, ຢູ່ມາເລເຊຍ, ຜູ້ຕາງໜ້າວິທະຍຸ ກະຈາຍສຽງຫວຽດນາມ ໄດ້ລົງນາມ ໃນບົດບັນທຶກຮ່ວມມືກັບຜູ້ຕາງໜ້າກຸ່ມ ບໍລິສັດສື່ສານ SME – Malaysia. ຕາມ​ນັ້ນ​​ແລ້ວ, ກຸ່ມບໍລິສັດ ສື່ສານ SME –Malaysia ໄດ້ມີສິດນຳໃຊ້ຂ່າວ ແລະ ບົດ, ໂດຍສະເພາະແມ່ນຂ່າວ ແລະ ບົດໃນຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ອື່ນໆຜ່ານເວບໄຊ www.vovworld.vn ​ແລະ ສະໜອງຂ່າວ ແລະ ບົດໃນຂົງເຂດເສດຖະກິດ, ວິສາຫະກິດ​ໃຫ້​ແກ່ວິທະຍຸ ກະຈາຍສຽງຫວຽດ ນາມ. 2 ຝ່າຍ​ຈະ​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຢ່າງ​ຈະ​ແຈ້ງ​ເພື່ອ​ຮັບປະກັນ​ລິ​ຂະ​ສິດ​ຂອງ​ຂ່າວ. ບົດ​ບັນທຶກ​ດັ່ງກ່າວ​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/1013. SME ​ແມ່ນກຸ່ມ ບໍລິສັດສື່ສານ​ເຄື່ອນ​ໄຫວ​ສະ​ເພາະ​ໃນ​ຂົງ​ເຂດ​ຖະ​ແຫຼ​ງຂ່າວ, ​ໂຄສະນາ ​ແລະ ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຜະລິດ ດຳ​ເນີນ​ທຸລະ​ກິດ​ຂອງ​ປະຊາ​ຄົມວິສາຫະກິດ ຂະໜາດ​ກາງ​ ​ແລະ ນ້ອຍຢູ່​ມາ​ເລ​ເຊຍ.

 

 

 

 

 

 

ຂ່າວ/ບົດ​ອື່ນ