VOV5ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເຂດຊາຍແດນຢູ່ແຂວງກາວບັ່ງ

VOV5ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເຂດຊາຍແດນຢູ່ແຂວງກາວບັ່ງ - ảnh 1
ພ​າບ: Minh Tuan

Vovworld - ດ້ວຍຈິດ​ໃຈ​ເພື່ອ​ການ​ກຸ​ສົນ ແລະ ແບ່ງ​ເບົາ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂາດ​ເຂ​ີິ​ນ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​​ບັນ​ດາ​ເຜົ່າ​ເຂດ​ຊາຍ​ແດນ, ວັນ​ທີ 14 ແລະ 15/1, ​ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ (VOV5), ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການລົງ​ໄປມອບ​ຂອງ​ຂວັນ​ໃຫ້​ນັກ​ຮຽນ ແລະ ບັນ​ດາ​ຄອບ​ຄົວ​ທຸກ​ຍາກ​ຢູ່​ຕາ​ແສງ ເກີ່ນ​ນົງ, ເມືອງ ທົງ​ນ​ົງ, ແຂ​ວງ ກາວ​ບັ່ງ. ນັກ​ຮຽນ​ 253 ຄົນ, ຄູ​ສອນ 50 ຄົນ ແລະ 120 ຄົບ​ຄົວ​ທຸກ​ຍາກ​ຂອງ 5 ບ້ານ​ໄດ້​ຮັບ​ຂອງ​ຂວັນ​ໃນ​ຄັ້ງ​ນີ້.

        ​ຂອງ​ຂວັນ​ເຊິ່ງ​ລວມ​ມີ: ຜ້າ​ຫົ່ມ, ​ຜ້າ​ພັນ​ຄໍ, ເສື້ອ​ກັ​ນ​ໜາວ… ດ້ວຍຍອດ​ມູນ​ຄ່າ​ເກືອບ 90 ລ້ານ​ດົ່ງ. ນີ້​ແມ່ນ​ຈຳ​ນວນ​ເງິນ​ຈາກ​ພະ​ນັກ​ງານ, ນັກ​ຂ່າວ, ບັນ​ນາ​ທິ​ການ​ຂອງ VOV5 ແລະ ບັນ​ດາ​ນັກ​ອຸ​ປະ​ຖ​ຳ​. ຈຳ​ນວນ​ເງິນບໍ່​ຫຼາຍ​ແຕ່​​ສະ​ແດງ​ນ້ຳ​ໃຈ​ຂອງ​ພະ​ນັກ​ງານ, ນັກ​ຂ່າວ, ບັນ​ນາ​ທິ​ການ VOV5 ທີ່​ມີ​ຕໍ່​ພໍ່​ແມ່​ປະ​ຊາ​ຊົນບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ພາກ​ເໜືອ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ