WBຮັບຮອງເອົາບ້ວງເງິນ380ລ້ານUSDເພື່ອຊ່ວຍຫວຽດນາມຕ້ານການປ່ຽນແປງຂອງດິນຟ້າອາກາດ

WBຮັບຮອງເອົາບ້ວງເງິນ380ລ້ານUSDເພື່ອຊ່ວຍຫວຽດນາມຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1
ຕົ້ນເຂົ້າຖືກຜົນສະທ້ອນຈາກໄພແຫ້ງແລ້ງ
(ພາບປະກອບ)

(vovworld) –  WB ​ຮັບຮອງ​ເອົາ​ບ້ວງ​ເງິນ 380 ລ້ານUSD​ ເພື່ອ​ຊ່ວຍ​ຫວຽດນາມຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ - ບ້ວງ​ສິນ​ເຊື່ອ​ດັ່ງກ່າວ​ເພື່ອ​ແນ​ໃສ່​ຊ່ວຍ ຫວຽດນາມ ຍົກ​ສູງ​ຄວາມ​ສາມາດ​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຮັບປະກັນ​ກາ​ນທ​ຳມາ​ຫາ​ກິ​ນ​ໃຫ້​ປະຊາຊົນ 1,2 ລ້ານ​ຄົນ​ດຳລົງ​ຊີວິດ​ຢູ່ 9 ​ແຂວງ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ທາງ​ພາກ​ໃຕ້ ຫວຽດນາມ, ພວມ​ຖືກ​ຜົນ​ສະທ້ອນ​ຈາກ​ສະພາບ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາກາດ, ນຳ້​ເຄັມ​ຊຶມ, ​ໄພ​ນຳ້​ຖ້ວມ… ​ໂຄງການ​ສົມທົບ​ເພີ່​ມທະວີ​ກຳລັງ​ແຮງ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຮັບປະກັນ​ການ​ທຳ​ມະຫາ​ກິນ​ແບບ​ຍືນ​ຍົງ​ເຂດ​ທົ່ງ​ພຽງ​ແມ່​ນຳ​້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ທີ່​ຫາ​ກໍ່​ໄດ້​ຮັບຮອງ​ເອົານັ້ນ, ຈະ​ໜູນ​ຊ່ວຍ​ຍົກ​ສູງ​ກຳລັງ​ຄວາມ​ສາມາດວາງ​ແຜນກຳນົດ​ທິດ​ປັບ​ຕົວ​ໃຫ້​ແທ​​​ດ​​ເໝາະ​ກັບ​ດິນ​ຟ້າ​ອາກາດ, ກໍ່​ຄື​ເພີ່ມ​ທະວີ​ການ​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ​້າອາກາດ​ໃນ​ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ແຫຼ່ງທີ່​ດິນ ​ແລະ ​ແຫຼ່ງນຳ້. ​ໂຄງການ​ຈະ​ນຳ​ມາ​ໃຫ້​ບັນດາ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ໃຫ້​ຊາວ​ກະ​ສິກອນ​ຢູ່​ບັນດາ​​ແຂວງເຂດທົງ​ພຽງ, ກໍ່​ຄື​ບັນດາ​ຄອບຄົວ​ລ້ຽງ​ປູກ​ສິນ​ໃນ​ນຳ້, ​ໃນ​ນັ້ນ​ມີ​ບັນດາ​ຊາວ​ເຜົ່າ ຂະ​ແມ ຢູ່​ຊອກ​ຈັງ ​ແລະ ຈ່າວ​ີງ.


ຂ່າວ/ບົດ​ອື່ນ