WHO ກ່າວເຕືອນກ່ຽວກັບສາຍພັນໂຄວິດ XBB.1.5

(VOVWORLD) - ແຕ່ເຖິງຢ່າງໃດກໍ່ຕາມ, WHO ເວົ້າວ່າ ການຕີລາຄານີ້ມີ “ມີຄວາມເຊື່ອຖືຕ່ຳ” ຍ້ອນວ່າ ຂໍ້ມູນທີ່ໄດ້ມາລ້ວນແຕ່ມາຈາກ ອາເມລິກາ
WHO ກ່າວເຕືອນກ່ຽວກັບສາຍພັນໂຄວິດ XBB.1.5 - ảnh 1ສະຖານທີ່ກວດໂຄວິດ - 19 ຢູ່  Los Angeles, California, ປະເທດ ອາເມລິກາ
(ພາບ: AFP/TTXVN)

ວັນທີ 11 ມັງກອນ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ສາຍພັນໂຄວິດ XBB.1.5 ອາດຈະແຜ່ລະບາດຫຼາຍກ່ວາ.

        ໃນບົດສະຫລຸບພາຍຫຼັງກອງປະຊຸມໃນວັນທີ 5 ມັງກອນ, ອົງການ WHO ຊີ້ແຈ້ງວ່າ: ໂດຍອີງໃສ່ລັກສະນະສືບພັນ ແລະ ຄາດຄະເນລະດັບການເຕີບໂຕໃນເບື້ອງຕົ້ນ, ສາຍພັນ XBB.1.5 ອາດຈະເຮັດໃຫ້ມີຜູ້ຕິດພະຍາດເພີ່ມຂຶ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, WHO ເວົ້າວ່າ ການຕີລາຄານີ້ມີ “ມີຄວາມເຊື່ອຖືຕ່ຳ” ຍ້ອນວ່າ ຂໍ້ມູນທີ່ໄດ້ມາລ້ວນແຕ່ມາຈາກ ອາເມລິກາ. WHO ໄດ້ຢ້ຳຄືນເລື່ອງ ຈີນ ຄວນແບ່ງປັນຂໍ້ມູນກ່ຽວກັບສະພາບການໂຄວິດ - 19 ໃນປະຈຸບັນຂອງປະເທດມີຕື່ມອີກ.

        ວັນທີ 10 ມັງກອນ, ສູນຄວບຄຸມ ແລະ ສະກັດກັ້ນໂລກລະບາດ (CDC) ຂອງ ອາເມລິກາ ໄດ້ກ່າວເຕືອນວ່າ ສາຍພັນ XBB.1.5 ພວມແຜ່ລະບາດແຮງຢູ່ປະເທດນີ້. ຂໍ້ມູນຈາກ CDC ຂອງ ອາເມລິກາ ໄດ້ສະແດງໃຫ້ເຫັນວ່າ XBB.1.5 ແມ່ນສາຍເຫດເຮັດໃຫ້ຈຳນວນຜູ້ຕິດໂຄວິດ - 19 ເພີ່ມຂຶ້ນ 27,6% ໃນອາທິດຜ່ານມາ, ເພີ່ມຂຶ້ນກ່ວາ 18% ເມື່ອທຽບໃສ່ອາທິດກ່ອນນັ້ນ ແລະ 11,5% ທຽບໃສ່ກ່ອນນີ້ 2 ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ