WHO ມາ​ນະ​ພະ​ຍາ​ຍາມ​ເຂົ້າ​ເຖິງ​ໂຮງ​ໝໍ​ໃຫຍ່​ທີ່​ສຸດ ຍັງ​ເຄື່ອນ​ໄຫວ​ຢູ່ ເຂດ​ກາ​ຊາ

(VOVWORLD) - ທ່ານ Tarik Jasarevic ໂຄສົກຂອງ WHO ເນັ້ນໜັ້ກວ່າ ຄວາມຕ້ອງການຢ່າງຮີບດ່ວນໃນປັດຈຸບັນ ແມ່ນສະໜອງວັດຖຸອຸປະກອນໃຫ້ແກ່ ຮາກຖານການແພດນີ້ ເພື່ອອາດສາມາດຮັກສາບັນດາການບໍລິການກູ້ເອົາຊີວິດຄົນເຈັບ
WHO ມາ​ນະ​ພະ​ຍາ​ຍາມ​ເຂົ້າ​ເຖິງ​ໂຮງ​ໝໍ​ໃຫຍ່​ທີ່​ສຸດ ຍັງ​ເຄື່ອນ​ໄຫວ​ຢູ່ ເຂດ​ກາ​ຊາ - ảnh 1ພາບປະກອບ: AFP

ວັນທີ 16 ກຸມພາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ອົງການນີ້ພວມມານະພະຍາຍາມເຂົ້າເຖິງໂຮງໝໍ Nasser ເຊິ່ງເປັນຮາກຖານການແພດໃຫຍ່ທີ່ສຸດທີ່ຍັງເຄື່ອນໄຫວ ຢູ່ເຂດ ກາຊາ, ພາຍຫຼັງ ອິດສະລາແອັນ ປະຕິບັດ ການບຸກໂຈມຕີທາງອາກາດເລັ່ງໃສ່ເຂດນີ້. ໃນຖະແຫຼງການ, ທ່ານ Tarik Jasarevic ໂຄສົກຂອງ WHO ເນັ້ນໜັ້ກວ່າ ຄວາມຕ້ອງການຢ່າງຮີບດ່ວນໃນປັດຈຸບັນ ແມ່ນສະໜອງວັດຖຸອຸປະກອນໃຫ້ແກ່ ຮາກຖານການແພດນີ້ ເພື່ອອາດສາມາດຮັກສາບັນດາການບໍລິການກູ້ເອົາຊີວິດຄົນເຈັບ. ດັ່ງນັ້ນ, WHO  ພວມມານະພະຍາຍາມເຂົ້າເຖິງ ໂຮງໝໍ Nasser.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 16 ກຸມພາ  ທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ ມີການພົບປະກັບທ່ານ Issac Herzog ປະທານາທິບໍດີ ອິດສະລາແອັນ ຢູ່ນອກກອງປະຊຸມຄວາມໝັ້ນຄົງ Munich, ເຢຍລະມັນ. ນະທີ່ນີ້, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບບັນດາຄວາມມານະພະຍາຍາມເພື່ອແນໃສ່ຮັບປະກັນວ່າ ຮາມາດ ຈະ ປ່ອຍຕົວປະກັນທັງໝົດ ແລະ ບັນລຸຂໍ້ຕົກລົງຢຸດຍິງທີ່ຍາວນານຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ