WHO ສັ່ງຈອງຫວຽດນາມຜະລິດວັກຊີນກັນໄຂ້ຫວັດຕາມລະດູການໃຫ້

(VOVWORLD) -ທີ່ກອງປະຊຸມສຳມະນາແງ່ຫວັງຄົ້ນຄ້ວາພັດທະນາ ວັກຊີນກັນພະຍາດໃຫ້ຊາວຫວຽດນາມ ຊື່ງຈັດຂຶ້ນໃນຕອນເຊົ້າວັນທີ 28 ສິງຫາ ຢູ່ ຮ່າໂນ້ຍ, ກະຊວງ ສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ໄດ້ຜະລິດວັກຊີນໄຂ້ຫວັດຕາມລະດູການສຳເລັດຜົນ ເພື່ອແທນໃຫ້ວັກຊີນນຳເຂົ້າ. 

ວັກຊີນນີ້ຈະໄດ້ນຳເຂົ້າຕະຫລາດໃນຕົ້ນປີ 2019 ແລະ ໄດ້ຮັບການສັ່ງຈອງຈາກອົງການອະນາໄມໂລກ WHO.  ວັກຊີນໂດຍຫວຽດນາມ ຜະລິດ ຈະມີລາຄາເທົ່າກັບ 1/3  ວັກຊີນພວມນຳເຂົ້າ.

        “ຫວຽດນາມ ແມ່ນຫນຶ່ງໃນ 14 ປະເທດ ໄດ້ຮັບການສັ່ງຈອງວັກຊີນໄຂ້ຫວັດຕາມລະດູການ ເພື່ອຮັບໃຊ້ການປ້ອງກັນຕ້ານໂລກລະບາດໃນໂລກ. ອົງການອະນາໄມໂລກ ຕີລາຄາສູງ ເລື່ອງຫວດນາມ ຜະລິດວັກຊີນກັນໄຂ້ຫວັດຕາມລະດູການສຳເລັດຜົນ. ພວກຂ້າພະເຈົ້າພວມຄົ້ນຄ້ວາວັດຊີນກັນພະຍາດເປ້ຍລ່ອຍ”

 

ຕອບກັບ

ຂ່າວ/ບົດ​ອື່ນ