WTO ກ່າວເຕືອນທ່າ ອ່ຽງອາລັກຂາດ້ານການ ຄ້າພວມເພີ່ມຂຶ້ນໃນຂົງ ເຂດການຄ້າສາກົນ

WTO ກ່າວເຕືອນທ່າ ອ່ຽງອາລັກຂາດ້ານການ ຄ້າພວມເພີ່ມຂຶ້ນໃນຂົງ ເຂດການຄ້າສາກົນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 2/7, ຜູ້ອຳນວຍການ​ໃຫຍ່ອົງການ​ການ​ຄ້າ​ໂລກ (ຫຼື WTO) ທ່ານ Pascal Lamy ​ໄດ້​ກ່າວ​ເຕືອນ​ທ່າ​ອ່ຽງອາລັກຂາ​ດ້ານ​ການ​ຄ້າ ພວມ​ເພີ່​ມຂຶ້ນ​ໃນ​ຂົງ​ເຂດ​ການ​ຄ້າ​ສາກົນ​ແຕ່​ຕົ້ນ​ປີ​ນີ້. ພິ​ເສດ, ​ເຫດການ​ຫັນ​ການ​ຄ້າ​ເປັນ​ບັນຫາການ​ເມືອງ ພວມ​ເກີດ​ຂຶ້ນ​ຢູ່​ຫຼາຍ​ປະ​ເທດ ດ້ວຍ​ຄຳຮຽກຮ້ອງ​ເພີ່ມ​ທະວີ​ການອາລັກຂາ​ການ​ຄ້າ ​ໄດ້​ກໍ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນ​ການ​ຄ້າ​ສາກົນ. ຫຼາຍ​ປະ​ເທດ​ໄດ້​​ເພີ່ມ​ອັດຕາ​ພາສີ​ນຳ​ເຂົ້າ ​ເພື່ອ​ປົກ​ປັກ​ຮັກສາ​ພື້ນຖານ ອຸດສາຫະກຳ​ພາຍ​ໃນ​ປະ​ເທດ ຫຼີກ​ລ້ຽງ​ຄວາມ​ແກ່ງ​ແຍ້​ງສາກົນ​ເຊິ່ງ​ເຂົາ​ເຈົ້າ​ຖື​ວ່າ​ບໍ່​ຍຸດຕິ​ທຳ, ຫຼື ນຳ​ໃຊ້​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ລະບຽບ​ການ​ບໍລິຫານ ​ຫຼື ພາສີ​​ເພື່ອ​ເຮັດ​ໃຫ້​ສິນຄ້າ​ຂອງ​ບັນດາ​ປະ​ເທດ​ຜ່ານດ່ານ​ຊາຍ​ແດນ​ຊັກ​ຊ້າ​ລົງ. ຜູ້ອຳນວຍການ​ໃຫຍ່ WTO ​ໃຫ້​ຮູ້​ວ່າ: ບັນດາ​ມາດ​ຕະການ​ນີ້ເປັນ​ຕົ້ນ ​ແມ່ນ​ການ​ເຄື່ອນ​ໄຫວ​ປັບປຸງ​ການຄ​້າ, ​ເພີ່ມອັດຕາ​ພາສີ​ອາກອນ.​.​.​. ຜູ້ອຳນວຍການ​ໃຫຍ່ WTO ຮຽກຮ້ອງ​ໃຫ້​ບັນດາ​ລັດຖະບານ​ຈົ່ງເພີ່​ມທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ ຕ້ານ​ຄວາມ​ດັນ​ອາລັກຂາ  ​ແລະ ຊຸກຍູ້​ບັນດາ​ມາດ​ຕະການ​ຕັ້ງໜ​້າ​ເພື່ອ​ເຮັດ​ໃຫ້​ຕະຫຼາດ​ຍາມ​ໃດ​ກໍ​ເປີດປະຕູ ​ແລະ ​ເພີ່ມ​ທະວີ​ການ​ເ​ປີດ​ປະຕູ​ການ​ຄ້າ. ບັນດາ​ລັດຖະບານ​ພວມ​ຮັບ​ຄວາມດັນ​ດ້ານ​ເສດຖະກິດ​ຢ່າງ​ຫຼວງ​ຫຼາຍ​ຢູ່​ພາຍ​ໃນ​ປະ​ເທດຂອງ​ຕົນ ຕ້ອງ​ຕ້ານ​ບັນດາ​ທ່າ​ອ່ຽງນິຍົມ​ຊາດ​ຫົວ​ຮຸນ​ແຮງ ແລະ ​ຫັນ​ການ​ຄ້າ​ສູ່​ຂອບ​ເຂດ​ຢູ່​ພາຍ​ໃນ​ປະ​ເທດ​.​

ຂ່າວ/ບົດ​ອື່ນ