WTO ກ່າວເຕືອນຜົນຮ້າຍຕາມມາຂອງລັດທິອາລັກຂາຕໍ່ເສດຖະກິດທົ່ວໂລກ

(VOVWORLD) - ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ສຳນັກງານ ສະຫະປະຊາຊາດ ໃນວັນທີ 25 ກໍລະກົດ,
WTO ກ່າວເຕືອນຜົນຮ້າຍຕາມມາຂອງລັດທິອາລັກຂາຕໍ່ເສດຖະກິດທົ່ວໂລກ - ảnh 1 ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ( ພາບ: THX/TTXVN)

ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ກ່າວເຕືອນບັນດາຜົນຮ້າຍຢ້ອນຫລັງຢ່າງໃຫຍ່ຫລວງຂອງບັນດາມາດຕະການໂຕ້ຕອບດ້ວຍການຈັດວາງອັດຕາພາສີລະຫວ່າງບັນດາພື້ນຖານເສດຖະກິດແຖວໜ້າໂລກ ເຖິງວ່າຍັງບໍ່ທັນເກີດຂຶ້ນໃນທັນທີ ແຕ່ກໍ່ຈະເກີດຂຶ້ນໃນອະນາຄົດ ແລະ ສົ່ງຜົນຮ້າຍຕໍ່ເສດຖະກິດທົ່ວໂລກ.

        ຄຳຖະແຫຼງຂອງຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ຍົກອອກມາໃນສະພາບທີ່ 164 ປະເທດສະມາຊິກ WTO ຫາກໍ່ປະກາດບົດລາຍງານທີ່ໃຫ້ຮູ້ວ່າ: ບັນດາມາດຕະການຈຳກັດດ້ານການຄ້າທີ່ພວມເພີ່ມຂຶ້ນໃນສະພາວະສົງຄາມການຄ້າປີນຂັ້ນໄດລະຫວ່າງບັນດາພື້ນຖານເສດຖະກິດໃຫຍ່ກ່ວາໝູ່ຢູ່ໃນໂລກ. ທ່ານ Roberto Azevedo ເນັ້ນໜັກເຖິງຜົນກະທົບຫຍໍ້ທໍ້ຂອງບັນດາມາດຕະການສະກັດກັ້ນການຄ້າເສລີ ທີ່ພວມໄດ້ຮັບການໝູນໃຊ້  ເຖິງວ່າຍັງບໍ່ທັນເກີດຂຶ້ນໃນທັນທີ ແຕ່ກໍ່ຈະເກີດຂຶ້ນໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ