Yemen ກະກຽມ ການເລືອກຕັ້ງ ປະທານາທິບໍດີ
ປະເທດ
Yemen
(ພາບ: ອິນເຕີແນັດ)
( vovworld ) – ວັນທີ 18/2, ກະຊວງປ້ອງກັນປະເທດ Yemen ໄດ້ຜັນຂະຫຍາຍຕຳຫຼວດ ແລະ ທະຫານກ່ວາ 100.000 ຄົນ ເພື່ອຮັບປະກັນຄວາມສະຫງົບປອດໄພຢູ່ສະຖານທີ່ປ່ອນບັດ 29.000 ແຫ່ງໃນທົ່ວປະເທດ, ກະກຽມໃຫ້ການເລືອກຕັ້ງປະທານາທິບໍດີ ຊື່ງຄາດວ່າຈະຈັດຂຶ້ນໃນວັນທີ 21/2 ທີ່ຈະມາເຖິງ. ການເລືອກຕັ້ງຖືກດຳເນີນໄປບົນພື້ນຖານການມອບໂອນສິດອຳນາດ ໂດຍບັນດາປະເທດສະພາຮ່ວມມມືເຂດອ່າວເປີເຊຍ ສະເໜີ ແລະ ໄດ້ຮັບການໜູນຊ່ວຍຈາກສະຫະປະຊາຊາດ. ຄາດວ່າ ການເລືອກຕັ້ງຈະດຳເນີນໄປພາຍໃຕ້ການຕິດຕາມກວດກາຂອງບັນດານັກສັງເກດການສາກົນ. ຕາມຂໍ້ຕົກລົງແລ້ວ, ຮອງປະທານາທິບໍດີ Abd-Rabu Mansour Hadi ຈະແມ່ນຜູ້ອອກສະໝັກຮັບເລືອກຕັ້ງຜູ້ດຽວໃນການເລືອກຕັ້ງ ເພື່ອແນໃສ່ແທນໃຫ້ປະທານາທິບໍດີ Ali Abdulla Saleh. ໃນຂະນະນັ້ນ, ຢູ່ພາກເໜືອ ແລະ ບາງນະຄອນທາງພາກໃຕ້ Yemen, ປະຊາຊົນນັບພັນຄົນໄດ້ຈັດການແຫ່ຂະບວນປະທ້ວງ ຮຽກຮ້ອງໃຫ້ປະຕິເສດການເລືອກຕັ້ງ ຍ້ອນເຂົາເຈົ້າຖືວ່າ ຂໍ້ຕົກລົງມອບໂອນສິດອຳນາດ ບໍ່ຕອບສະໜອງຄວາມມຸ້ງມາດປາດຖະໜາຂອງເຂົາເຈົ້າໄດ້.