( ພາບ: http://www.baomoi.com )
ວັນທີ 10 ທັນວາ, ລັດຖະບານສາມັກຄີຂອງ Yemen ໄດ້ຈັດການສະບານຕົວຮັບຕຳແໜ່ງເປີດຊ່ອງທາງໃຫ້ແກ່ວິວັດການມອບໂອນສິດນຳນາດ ທີ່ແກ່ຍາວໃນເວລາ 3 ເດືອນຈົນຮອດເວລາຈັດຕັ້ງການເລືອຕັ້ງໃໝ່. ຄະນະລັດຖະບານໃໝ່ລວມມີ 34 ສະມາຊິກ ນຳໜ້າແມ່ນນາຍົກໆ Mohammed Basindawa. ເຄິ່ງໜື່ງໃນຈຳນວນສະມາຊິກນີ້ແມ່ນຂື້ນກັບກຸມຝ່າຍຄ້ານເວທີປາໄສລວມ ແລະ ສ່ວນຍັງເຫຼືອແມ່ນບັນດາເຈົ້າໜ້າທີ່ຈົ່ງຮັກພັກດີກັບທ່ານປະທານາທິບໍດີ Ali Abdullah Saleh. ໃນວັນທີ 10 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Ban Ki moon ໄດ້ອອກສຽງຊົມເຊີຍການກະທຳດັ່ງກ່າວ ແລະ ຖືວ່ານີ້ແມ່ນຂີດໝາຍສຳຄັນໃນວິວັດການມອບໂອນສິດອຳນາດຢູ່ປະເທດນີ້.