ກຸຍບາ ແລະ ສປປ ລາວ ເພີ່ມທະວີການພົວພັນສອງຝ່າຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ Manuel Marrero Cruz ໄດ້ຊີ້ແຈ້ງນ້ຳໃຈມິດຕະພາບລະຫວ່າງສອງປະເທດ ນັບແຕ່ເວລາສອງປະເທດສ້າງການພົວພັນທາງການທູດ ໃນປີ 1974.

ກຸຍບາ ແລະ ລາວ ເຫັນດີເປັນເອກະພາບຈະເພີ່ມທະວີການພົວພັນຖານອ້າຍນ້ອງ ແລະ ການຮ່ວມມື ໃນການພົບປະລະຫວ່າງທ່ານ Manuel Marrero Cruz, ນາຍົກລັດຖະມົນຕີ ກຸຍບາ ແລະ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ຢູ່ນະຄອນຫຼວງ ລາຮາວານ, ປະເທດ ກຸຍບາ, ໃນການພົບປະເມື່ອວັນທີ 13 ກັນຍາ, ສອງຝ່າຍຢັ້ງຢືນຜົນປະໂຫຍດລວມໃນການເພີ່ມທະວີການຮ່ວມມືໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ການເມືອງ, ເສດຖະກິດ, ການຄ້າ, ກະສິກຳ, ສາທາລະນະສຸກ ແລະ ກິລາ.

        ທ່ານນາຍົກລັດຖະມົນຕີ Manuel Marrero Cruz ໄດ້ຊີ້ແຈ້ງນ້ຳໃຈມິດຕະພາບລະຫວ່າງສອງປະເທດ ນັບແຕ່ເວລາສອງປະເທດສ້າງການພົວພັນທາງການທູດ ໃນປີ 1974. ສ່ວນ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Manuel Marrero Cruz ຢູ່ ສປປ ລາວ ໃນເດືອນ ຕຸລາ 2022 ໃນການເພີ່ມທະວີການພົວພັນສອງຝ່າຍ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພວມມີໜ້າຢູ່ ກຸຍບາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາປະເທດພວມພັດທະນາຢູ່ ອາຊີ, ອາບຟຣີກາ, ອາບຟຣີກາ ກາງ ແລະ ອາບຟຣີກາ ໃຕ້ (G77) ແລະ ຈີນ, ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15 – 16 ກັນຍາ ຢູ່ນະຄອນຫຼວງ ລາຮາວານ.

ຕອບກັບ

ຂ່າວ/ບົດ​ອື່ນ