ກົດໝາຍວ່າດ້ວຍການຈັດຕັ້ງໄອຍະການປະຊາຊົນ (ສະບັບປັບປຸງ)

ກົດໝາຍວ່າດ້ວຍການຈັດຕັ້ງໄອຍະການປະຊາຊົນ (ສະບັບປັບປຸງ) - ảnh 1
(ວາລະ​ປະ​ຊຸມຄັ້ງ​ທີ 26, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 13/03, ​ໂດຍ ສືບ​ຕໍ່​ວາລະ​ປະ​ຊຸມຄັ້ງ​ທີ 26, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ໄອ​ຍະ​ການ​ປະຊາຊົນ (ສະບັບ​ປັບປຸງ).

        ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ, ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ ​ໄດ້​ຕີ​ລາຄາ​ວ່າ​ຮ່າງ​ກົດໝາຍ​ໄດ້ຮັບການປັບປຸງ​ໂດຍພື້ນຖານ, ຮອບດ້ານ​ຕາມ​ແຜນ​ນະ​ໂຍບາຍ​ປະຕິ​ຮູບ​ຍຸຕິ​ທຳ ​ເຊິ່ງ​ໄດ້​ລະບຸໄວ້​ໃນ​ບັນດາ​ມະຕິ, ​ເອກະ​ສານ​ຂອງ​ພັກ ກ່ຽວ​ກັບ​ການ​ປະຕິ​ຮູບ​ຍຸດຕິ​ທຳ.

        ​ເພື່ອ​ຮັບປະກັນ​ສິດ​ຂອງ​ມະນຸດ, ສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ ຄື​ດັ່ງ​ໃນ​ລັດຖະທຳ​ມະນູນ ​ໄດ້​ຍົກ​ອອກ​ກ່ຽວ​ກັບ​ໜ້າ​ທີ່​ຂອງ​ໄອ​ຍະ​ການ​ປະຊາຊົນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ສະ​ເໜີ​​ໃຫ້​ຄະນະ​ຮຽບຮຽງ ຕ້ອງ​ສືບ​ຕໍ່​ຫັນເປັນລະອຽດຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​. ອະພິປາຍ​ກ່ຽວ​ກັບ​ເນື້ອ​ໃນ​ດັ່ງກ່າວ, ທ່ານ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຫງວຽນ​ຮວ່າ​ບິ່ງ ​ເວົ້າ​ວ່າ.

        “​ໃນ​ລັດຖະທຳ​ມະນູນ​ໄດ້​ຊີ້​ແຈ້ງ​ສິດ​ຂອງ​ມະນຸດ ​ແລະ ບັນດາ​ມາດ​ຕະການ​ຄວບ​ຄຸມ​ມາດ​ຕະການ​ທີ່​ກ່ຽວຂ້ອງ​ເຖິງ​ສິດ​ທິຂອງ​ມະນຸດ. ພວກ​ຂ້າພະ​ເຈົ້າ​ກໍ່​ຊາບ​ຊືມເນື້ອໃນຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​​ເພື່ອຮັບປະກັນ​ໃຫ້​ບັນດາ​ອົງການ​ດຳເນີນຄະດີປະກາດ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ເຖິງ​ສິດ​ຂອງມະນຸດ ລ້ວນ​​ແຕ່​ມີ​ການ​ຕິດຕາມກວດກາຢ່າງແໜ້ນແຟ້ນຈາກອົງການຂອງ​ໂອ​ຍະ​ການ​ຢ່າງ​. ​ເລື່ອງ​ດັ່ງກ່າວ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ໃນ​ພາລະ​ໜ້າ​ທີ່​ຂອງ​ອົງການໄອ​ຍະ​ການ ​ແລະ ​ໃນ​ກໍລະນີ​ບັນດາ​ອົງການ​ດຳ​ເນີນ​ຄະດີ​ບໍ່​ປະຕິບັດ​ການ​ຕິດຕາມ​ກວດກາ ພວກ​ຂ້າພະ​ເຈົ້າ​ຈະ​ປະຕິບັດວິໄນຕາມ​ວິວັດ​ການ​ລະ​ເມີດອາຍາ”.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ເຮັດ​ວຽກ ​ແລະ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ງົບ​ປະທານ​ແຫ່ງ​ລັດ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ