ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ເຄົາລົບ, ຮັບປະກັນສິດເສລີໃນ ການເຫຼື້ອມໃສ, ສາສະໜາຂອງທຸກໆຄົນ

(VOVWORLD) -ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາທີ່ມີຜົນສິກສິດນັບແຕ່ວັນທີ 1 ມັງກອນປີ 2018 ເປັນຕົ້ນໄປ ໄດ້ຮັບຖືວ່າ ແມ່ນບາດລ້ຽວອັນໃຫຍ່ຫຼວງໃນນະໂຍບາຍການເຫຼື້ອມໃສ, ສາສະໜາຢູ່ຫວຽດນາມ
ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ເຄົາລົບ, ຮັບປະກັນສິດເສລີໃນ ການເຫຼື້ອມໃສ, ສາສະໜາຂອງທຸກໆຄົນ - ảnh 1 ທ່ານ ບຸຍແທງຮ່າ ຮອງຫົວໜ້າຄະນະສາສະໜາຂອງລັດຖະບານ

ທ່ານ ບຸຍແທງຮ່າ ຮອງຫົວໜ້າຄະນະສາສະໜາຂອງລັດຖະບານຫວຽດນາມ ໃຫ້ຮູ້ວ່າ : ກົດໝາຍກໍໄດ້ຮັບການປະກາດໃຊ້ບົນເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013, ເພາະສະນັ້ນ, ພ້ອມກັບການຮັບຮູ້, ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ, ສິດພົນລະເມືອງ, ໃນນັ້ນມີ ສິດເສລີໃນ ການເຫຼື້ອມໃສ, ສາສະໜາ, ກົດໝາຍໄດ້ເນື້ອໃນໃໝ່ຫຼາຍຢ່າງເມື່ອທຽບໃສ່ລັດຖະບັນຍັດວ່າດ້ວຍ ການເຫຼື້ອມໃສ, ສາສະໜາ.

   ຕາມທ່ານ ທ່ານ ບຸຍແທງຮ່າ ຮອງຫົວໜ້າຄະນະສາສະໜາຂອງລັດຖະບານຫວຽດນາມ ແລ້ວ, ກົດໝາຍຖືກສ້າງຂຶ້ນແມ່ນເພື່ອຫັນບັນດາທັດສະນະຂອງພັກ ແລະ ລັດຖະທຳມະນູນປີ 2013 ກ່ຽວກັບການຮັບປະກັນສິດເສລີໃນ ການເຫຼື້ອມໃສ, ສາສະໜາຂອງທຸກໆຄົນເປັນລະບອບກົດໝາຍ, ສືບຕໍ່ປ່ຽນແປງໃໝ່ກົນໄກຄຸ້ມຄອງລັດ ແນໃສ່ສ້າງຄວາມໂປ່ງໃສ, ສ້າງກົນໄກນິຕິທຳ ແນໃສ່ເຄົາລົບ, ປົກປ້ອງ, ຮັບປະກັນ ສິດເສລີໃນ ການເຫຼື້ອມໃສ, ສາສະໜາຂອງທຸກໆຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ