ກູ​ບາ ກ່າວ​ປະນາມ​ເຫດ​ບຸກ​ໂຈມ​ຕີ​ແນ​ໃສ່​ສະຖານທູດ​ຂອງ​ປະ​ເທດ​ນີ້ ຢູ່ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 30 ເມສາ, ທ່ານ Miguel Diaz – Canel ປະທານສະພາແຫ່ງລັດ ກູບາ ໄດ້ກ່າວປະນາມຢ່າງຮຸນແຮງກ່ຽວກັບເຫດບຸກໂຈມຕີດ້ວຍການຍິງປືນໃສ່ສໍານັກງານສະຖານທູດຂອງປະເທດນີ້ ປະຈໍາ ອາເມລິກາ, ພ້ອມທັງຮຽກຮ້ອງ ເຈົ້າໜ້າທີ່ຮັບຜິດຊອບຂອງ ວໍຊີງຕັນ ສືບຕໍ່ເຮັດແຈ້ງເຫດການດັ່ງກ່າວໂດຍໄວ. 

       ໃນຖະແຫຼງການທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ Twitter, ການນໍາ ກູບາ ກໍໄດ້ເນັ້ນໜັກເຖິງເລື່ອງບັນດາປະເທດ ຕ້ອງມີພັນທະປົກປ້ອງບັນດາຄະນະທຸຕານຸທູດ ທີ່ປະຈໍາດິນແດນຂອງຕົນ.

ກູ​ບາ ກ່າວ​ປະນາມ​ເຫດ​ບຸກ​ໂຈມ​ຕີ​ແນ​ໃສ່​ສະຖານທູດ​ຂອງ​ປະ​ເທດ​ນີ້ ຢູ່ ອາ​ເມ​ລິ​ກາ - ảnh 1 ຕໍາຫຼວດກໍາລັງສືບສວນຢູ່ສໍານັກງານສະຖານທູດ (ພາບ:  AP)

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານ Bruno Rodriguez ລັດຖະມົນຕີການຕ່າງປະເທດ ກູບາ ໄດ້ເຂົ້າຮ່ວມລາຍການອອກອາກາດຂອງຊ່ອງໂທລະພາບແຫ່ງຊາດຂອງປະເທດນີ້ ເພື່ອແຈ້ງລາຍລະອຽດການກະທໍາກໍ່ການຮ້າຍ ແນໃສ່ສໍານັກງານການທູດຂອງກູບາ ປະຈໍາ ອາເມລິກາ, ເຊິ່ງທ່ານຢັ້ງຢືນວ່າ ໄລ່ຮອດຈຸດເວລານັ້ນ ແມ່ນຜ່ານ 12 ຊົ່ວໂມງແລ້ວ ແຕ່ La Habana ຍັງບໍ່ທັນໄດ້ຮັບການຕິດຕໍ່ພົວພັນໃດໆຈາກ ວໍຊີງຕັນກ່ຽວກັບເຫດການດັ່ງກ່າວ. ກ່າວຄໍາເຫັນນະທີ່ນີ້, ທ່ານ ລັດຖະມົນຕີການຕ່າງປະເທດ ກູບາ ກ່າວວ່າ ລັດຖະບານ ກູບາ ພວມລໍຄອຍການສືບສວນຢ່າງຄົບຖ້ວນ ແລະ ທັນການ ຈາກອໍານາດການປົກຄອງ ອາເມລິກາ ກ່ຽວກັບຊື່ ແລະ ນາມສະກຸນ ກໍຄື ຈຸດປະສົງຂອງຕົວການ.


ຕອບກັບ

ຂ່າວ/ບົດ​ອື່ນ