ກູບາ ແລະ ລັດເຊຍ ໃຫ້ຄຳໝັ້ນສັນຍາຮ່ວມມືກັນຮັບມືຕໍ່ບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວ

(VOVWORLD) -  ກູບາ ຖືກຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ກ່ຽວກັບເສດຖະກິດ - ດ້ວຍມູນຄ່າທີ່ຂຶ້ນເຖິງຫລາຍຮ້ອຍຕື້ USD - ຍ້ອນຜົນກະທົບຂອງການປິດລ້ອມ, ຂວ້ຳບາດຂອງ ອາເມລິກາ ທີ່ແກ່ຍາວມາເປັນເວລາ 60 ປີຜ່ານມາ
ກູບາ ແລະ ລັດເຊຍ ໃຫ້ຄຳໝັ້ນສັນຍາຮ່ວມມືກັນຮັບມືຕໍ່ບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກູບາ Bruno Rodriguez (ພາບ: AFP/TTXVN)

ໃນກອງປະຊຸມຂ່າວຮ່ວມໃນວັນທີ 24 ກໍລະກົດ ຢູ່ນະຄອນຫລວງ ລາຮາວານ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກູບາ Bruno Rodriguez ແລະ ຄູ່ຕຳແໜ່ງ ລັດເຊຍ Sergei Lavrov ໄດ້ຢັ້ງຢືນເຖິງຄວາມກ້າວໜ້າອັນດີງາມຂອງການພົວພັນ 2 ຝ່າຍ ແລະ ໃຫ້ຄຳໝັ້ນສັນຍາຮ່ວມມືກັນເພື່ອຮັບມືຕໍ່ບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວທີ່ມີຜົນສັກສິດຢູ່ນອກຜືນແຜ່ນດິນ ເຊິ່ງປັດຈຸບັນມີບາງປະເທດພວມນຳໃຊ້. ທ່ານ Rodriguez ຢັ້ງຢືນວ່າ ບັນດາມາດຕະການລົງໂທດນີ້ ໄດ້ນາບຂູ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ພ້ອມກັນນັ້ນກໍ່ຢ້ຳຄືນເລື່ອງ ກູບາ ຖືກຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ກ່ຽວກັບເສດຖະກິດ - ດ້ວຍມູນຄ່າທີ່ຂຶ້ນເຖິງຫລາຍຮ້ອຍຕື້ USD - ຍ້ອນຜົນກະທົບຂອງການປິດລ້ອມ, ຂວ້ຳບາດຂອງ ອາເມລິກາ ທີ່ແກ່ຍາວມາເປັນເວລາ 60 ປີຜ່ານມາ, ໃນຂະນະທີ່ ລັດເຊຍ ກໍ່ຖືກຜົນສະທ້ອນຈາກບັນດາມາດຕະການລົງໂທດຂອງ ວໍຊິງຕັນ ແລະ ສະຫະພາບ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ