ກຸ່ມ BRICS ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຄັ້ງ​ທຳ​ອິດ​ໃນຮອບ 4 ປີ

(VOVWORLD) - ໂຄງການດຳເນີນງານຂອງກອງປະຊຸມຄັ້ງນີ້ບໍ່ໄດ້ເປີດເຜີຍ, ແຕ່ບັນດານັກໄຈ້ແຍກໃຫ້ຮູ້ວ່າ ບັນດາການປຶກສາຫາລືຈະສຸມໃສ່ເຮັດໃຫ້ການພົວພັນລະຫວ່າງບັນດາສະມາຊິກເລິກເຊິ່ງກ່ວາອີກ ແລະ ພິຈາລະນາການເປີດກວ້າງກຸ່ມ. 
ກຸ່ມ BRICS ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຄັ້ງ​ທຳ​ອິດ​ໃນຮອບ 4 ປີ - ảnh 1ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກກຸ່ມ BRICS (ພາບ: Bloomberg)

ວັນທີ 1 ມິຖຸນາ, ຢູ່ນະຄອນ Cape Town (ອາບຟຼິກກາໃຕ້), ບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ ຂຶ້ນກັບກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ BRICS ລວມມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຼິກກາໃຕ້ ໄດ້ໂຮມປະຊຸມ ເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດຂອງກຸ່ມ ຄາດວ່າຈະຈັດຂຶ້ນໃນເດືອນສິງຫາ ຈະມາເຖິງຢູ່ນະຄອນ Johannesburg.

ໂຄງການດຳເນີນງານຂອງກອງປະຊຸມຄັ້ງນີ້ບໍ່ໄດ້ເປີດເຜີຍ, ແຕ່ບັນດານັກໄຈ້ແຍກໃຫ້ຮູ້ວ່າ ບັນດາການປຶກສາຫາລືຈະສຸມໃສ່ເຮັດໃຫ້ການພົວພັນລະຫວ່າງບັນດາສະມາຊິກເລິກເຊິ່ງກ່ວາອີກ ແລະ ພິຈາລະນາການເປີດກວ້າງກຸ່ມ. ບັນດາເຈົ້າໜ້າທີ່ອາບຟຼິກາໃຕ້ ໃຫ້ຮູ້ວ່າ ມີທັງໝົດ 13 ປະເທດ, ໃນນັ້ນມີ ເວເນຊູເອລາ, ອັກຊັງຕິນ, ອີຣານ, ອານເຊຣີ, ອາຣັບບີ ຊາອຸດິ, ສະຫະລັດ ອາຮັບ ເອເມຣັດ (UAE)… ໄດ້ຍື່ນໃບສະເໜີ ແລະ ສະແດງຄວາມສົນໃຈຢາກກາຍເປັນສະມາຊິກຂອງ BRICS.

ຕອບກັບ

ຂ່າວ/ບົດ​ອື່ນ