ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19”

(VOVWORLD) -ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19” ໄດ້ຖືກສ້າງຂຶ້ນ ເປັນການຢັ້ງຢືນຄວາມສະໜິດຕິດພັນໃນວົງຄະນະຍາດ ມີກຳລັງແຮງອັນໃຫຍ່ຫຼວງເພື່ອໃຫ້ທົ່ວປະເທດພ້ອມກັນຜ່ານຜ່າໂລກລະບາດ ໂຄວິດ -19
ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19” - ảnh 1ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19”
 
 

ໃນສະພາບການໂລກລະບາດພວມຜັນແປຢ່າງສັບສົນນັ້ນ, ອີກເທື່ອໜຶ່ງ ຈິດໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງຊາດຫວຽດນາມພັດໄດ້ຮັບການເສີມຂະຫຍາຍ. ຢູ່ຮ່າໂນ້ຍ, ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19” ໄດ້ຖືກສ້າງຂຶ້ນ ນີ້ເປັນການຢັ້ງຢືນຄວາມສະໜິດຕິດພັນໃນວົງຄະນະຍາດ ມີກຳລັງແຮງອັນໃຫຍ່ຫຼວງເພື່ອໃຫ້ທົ່ວປະເທດພ້ອມກັນຜ່ານຜ່າໂລກລະບາດ ໂຄວິດ -19.

     ດ້ວຍຮູບແບບຮ່ວມມືຢ່າງແໜ້ນແຟ້ນກັບທ້ອງຖິ່ນເພື່ອຂົນສົ່ງທັນຍາຫານ, ອາຫານເຖິງພໍ່ແມ່ພີນ້ອງ ຜູ້ປະສົບກັບຄວາມຫຍຸ້ງຍາກ, ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19” ສາມາດເຕົ້າໂຮມສະມາຊິກໄດ້ກ່ວາ 30.000 ຄົນ. ອ້າຍຫງວຽນຟານຮຸຍຄອຍ ຫົວໜ້າ ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19” ແບ່ງປັນວ່າ :

   “  ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19”  ພະຍາຍາມສວມບົດບາດເປັນຫົວໜ່ວຍປະສານງານ ເຊື່ອມຕໍ່ຂໍ້ມູນຂ່າວສານ ເພື່ອຍາດແຍ່ງທ່າດີຂອງສື່ສັງຄົມ ແລະ ບັນດາຜູ້ຊົມໃຊ້ອິນເຕີເນັດຢູ່ຫວຽດນາມ. ພໍ່ແມ່ພີນ້ອງ ສາມາດເຂົ້າສະໜອງຂໍ້ມູນຂ່າວສານກ່ຽວກັບສະພາບຫຍຸ້ງຍາກຂອງຕົນເອງ, ສະໜອງຂໍ້ມູນຂ່າວສານຂອງບັນດາຜູ້ຢູ່ອ້ອມຕົນເອງ, ພ້ອມນັ້ນກໍຊ່ວຍໜູນຜູ້ໃຈບູນໃຈກຸສົນ ເຮັດແນວໃດໃຫ້ແທດເໝາະກັບຄວາມຕ້ອງການລະຫວ່າງບັນດາ ຜູ້ໃຈບູນໃຈກຸສົນ ກັບບັນດາກໍລະນີປະສົບຄວາມຫຍຸ້ງຍາກ, ຮ່ວມກັນສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຮັບປະກັນໃຫ້ທຸກໆຄົນທີ່ ປະສົບຄວາມຫຍຸ້ງຍາກ ໄດ້ຮັບການຊ່ວຍເຫຼືອຢ່່າງທັນການ”

ຕອບກັບ

ຂ່າວ/ບົດ​ອື່ນ