ກຸ່ມ P5+1 ແລະ ອີຣານ ເລີ່ມດຳເນີນຮອບເຈລະຈາໃໝ່

ກຸ່ມ P5+1 ແລະ ອີຣານ ເລີ່ມດຳເນີນຮອບເຈລະຈາໃໝ່ - ảnh 1
(ພາບປະກອບ)
(vovworld) -  ວັນ​ທີ 26/02, ຢູ່​ກາຣັກສຖານ, ​ໄດ​້​​ໄຂ​ຮອບ​ເຈລະຈາ​ໃໝ່​ຂອງ​ກຸ່ມ P5+1 (ຊິ່ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ພ້ອມ​ກັບ​ເຢຍລະ​ມັນ) ​ແລະ ອີຣານ ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ໂຄງການ​ນິວ​ເຄຼຍທີ່​ກໍ​ຄວາມ​​ໂຕ້​ຖຽງກັນ​ຂອງ​ປະ​ເທດ ສ.ມຸດ​ສະ​ລິ​ມ ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergey Ryabkov ​ໃຫ້​ຮູ້​ວ່າ, ກຸ່ມ P5+1 ຈະ​ບາງ​ຂໍ້​ສະ​ເໜີ​ໃໝ່​ທີ່​ກ່ຽວຂ້ອງ​ເຖິງ​ກໍລະນີຝ່າຍ​ຕາ​ເວັນ​ຕົກ ອາດ​ຈະປະ​ນິປະນອມ​ກ່ຽວ​ກັບ​ບັນຫາ​ຂວ້ຳ​ບາດ ​ເພື່ອ​ປ່ຽນ​ເອົາ​ເລື່ອງ ​ເຕ​ເຣຣານ ປະຕິບັດ​ບັດ​ດາ​ມາດ​ຕະການ​ຢ່າງ​ລະອຽດ​ເພື່ອ​ຈຳກັດ​ໂຄງການ​ນິວ​ເຄຼຍ. ບັນດາ​ຝ່າຍ​ກໍ​ຈະ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ເພື່ອ​ຄ່ອຍໆ​ຈຳກັດ​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ​ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ​ແລ້ວ, ຮອບ​ເຈລະຈາ​ຄັ້ງ​ນີ້ ຈະ​ບໍ່​ບັນລຸ​ໄດ້​ບາດ​ກ້າວ​ກະ​ໂດດ​ຂັ້ນ​ໃດໆ ຄື​ບັນດາ​ຮອບ​ເຈລະຈາ​ຄັ້ງ​ກ່ອນໆ​ນີ້, ​ໂດຍ​ບໍ່​ຫົວຊາ​ຕໍ່ປະ​ເທດ​ເຈົ້າ​ພາບ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຮັດ​ຈົນ​ສຸດ​ຄວາມສາມາດ​ຂອງ​ຕົນ​ເພື່ອ​ນຳ​ມາ​ເຊິ່ງຜົນສຳ​ເລັດ​ຂອງ​ກອງ​ປະຊຸມ.
ຂ່າວ/ບົດ​ອື່ນ