ກຸ່ມບໍລິສັດ ຮ່ວາງແອງຢາລາຍ ເລີ່ມລົງມືກໍ່ສ້າງໂຮງແຮມຢູ່ລາວ

ກຸ່ມບໍລິສັດ ຮ່ວາງແອງຢາລາຍ ເລີ່ມລົງມືກໍ່ສ້າງໂຮງແຮມຢູ່ລາວ - ảnh 1
ພິທີ​ເລີ່​ມລົງມື​ກໍ່ສ້າງ​ໂຮງ​​ແຮມ ຮ່ວາງ​ແອງຢາ​ລາຍ - ວຽງ​ຈັນ
(ພາບ: vietnamplus.vn)


(vovworld) –  ຕອນ​ບ່າຍ​ວັນ​ທີ 19/04, ຢູ່​ວຽງ​ຈັນ, ກຸ່ມ​ບໍລິສັດ ຮ່ວາງ​ແອງ​ຢາ​ລາຍ ​ໄດ້​ຈັດ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ໂຮງ​​ແຮມ ຮ່ວາງ​ແອງຢາ​ລາຍ - ວຽງ​ຈັນ, ບັນລຸ​ມາດຕະຖານ 4 ດາວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ວັນ​ມິນ, ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ ຮ່ວາງ​ແອງ​ຢາ​ລາຍ ​ໃຫ້​ຮູ້​ວ່າ, ​ໂຄງການ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນ 16,5 ລ້ານ USD, ຄ​າດວ່າ​ຈະ​ກໍ່ສ້າງ​ສຳ​ເລັດ​ໃນ​ຮອບ​ເວລາ 15 ​ເດືອນ.

        ​ໃນ​ຊຸມ​ປີຜ່ານມາ, ກຸ່ມ​ບໍລິສັດ ຮ່ວາງ​ແອງ​ຢາ​ລາຍ ​ໄດ້​ລົງ​ທືນຫຼາຍ​ກິດຈະກຳ​ຢ່າງ​ມີ​ປະສິດ​ທິ​ຜົນ​ຢູ່​ລາວ. ນີ້​ແມ່ນ​ໂຮງ​​ແຮມ​ແຫ່ງ​ທີ 2 ​ເຊິ່ງກຸ່ມ​ບໍລິສັດ ຮ່ວາງ​ແອງ​ຢາ​ລາຍ ກໍ່ສ້າງ​ຢູ່​ປະ​ເທດ​ລາວ. ​ໂຄງການ​ນີ້​ບໍ່​ພຽງ​ແຕ່​ປະກອບສ່ວນ​ເພີ່ມ​ຄວາມ​ງາມ​ຂອງ​ນະຄອນຫຼວງ​ວຽງ​ຈັນ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ຢູ່​ທ້ອງ​ຖິ່ນ​ປະທານ 200 ຄົນອີກ​ດ້ວຍ, ປະກອບສ່ວນຊ່ວຍ​ເພີ່ມ​ງົບປະ​ມານ​ໃຫ້​ແກ່​ນະຄອນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ ​ແລະ ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ​ ການຮ່ວມ​ມື​ຮອບດ້ານ​ລະຫວ່າງຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ