ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບມຽນມາ - ຫວຽດນາມ ປາດຖະໜາ ຢາກກາຍເປັນຂົວຕໍ່ໃນການຮ່ວມມືລະຫວ່າງ 2 ປະເທດ

ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບມຽນມາ - ຫວຽດນາມ ປາດຖະໜາ ຢາກກາຍເປັນຂົວຕໍ່ໃນການຮ່ວມມືລະຫວ່າງ 2 ປະເທດ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີນ​ງອກ​ເຊີນ
ຕ້ອນຮັບ​ຄະນະ​ຜູ້​ແທນ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມຽນມາ - ຫວຽດນາມ
(ພາບ: daibieunhandan.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 10/01, ຢູ່ສຳນັກງານ​ສະພາ​ແຫ່ງ​ຊາດ, ທີ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີນ​ງອກ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມຽນມາ - ຫວຽດນາມ ​ໂດຍ​ທ່ານ Nay Win Tun, ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ມຽນມາ - ຫວຽດນາມ, ປະທານ​ ກຳມາທິການ​​ແຮ່ທາດ ​ແລະ ຊັບພະຍາກອນ​ສຳມະ​ຊາດ​ຂອງ​ສະພາ​ສູງ​ມຽນມາ ​ເປັນ​ຫົວໜ້າ​ຄະນະ ທີ່​ພວມ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

        ຕີ​ລາຄາ​ສູງ​ເລື່ອງ​ສະພາ​ແຫ່ງ​ຊາດ​ມຽນມາ ສ້າງ​ຕັ້ງກຸ່ມ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ມຽນມາ - ຫວຽດນາມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີນ​ງອກ​ເຊີນ ​ເນັ້ນ​ໜັກ​ວ່າ, ການ​ເຄື່ອນ​ໄຫວ​ຂອງກຸ່ມ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​​ໄດ້​ສວມ​ບົດບາດ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື, ພົວພັນ​ແລກປ່ຽນ​ລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ. ພ້ອມ​ທັງ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ 2 ປະ​ເທດ ສືບ​ຕໍ່​ມີ​ການ​ຮ່ວມ​ມື ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ບົນ​ເວທີ​ປາ​ໄສ​ລະຫວ່າງ​ລັດຖະສະພາ​ສາກົນ ​ແລະ ພາກ​ພື້ນ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີນ​ງອກ​​ເຊີນ ປາດ​ຖະໜາ​ວ່າ ມຽນມາ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄປ​ລົງທຶນ​ຢູ່​ມຽນມາ ​ແລະ ຫວຽດນາມ ກໍ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິ​ດ ມຽນມາ ​ເຂົ້າ​ມາຊອກ​ຮູ້ ​ແລະ ລົງທຶນ​ຢູ່​ຫວຽດນາມ.

        ສ່ວນ​ທ່ານ​ປະທານ Nay Win Tun ​ເນັ້ນ​ໜັກ​​ເຖິງ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ແລກປ່ຽນ, ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂ​ດຄື: ກະສິກຳ, ສິນ​ໃນ​ນ້ຳ, ການ​ເງິນ - ທະນາຄານ, ການບິນ...

ຂ່າວ/ບົດ​ອື່ນ