ຕອນເຊົ້າວັນທີ 29/12 ຢູ່ ຮ່າໂນ້ຍ, ກົມໃຫຍ່ສະຖິຕິ ໄດ້ຈັດການປະຊຸມຂ່າວ ປະກາດຕົວເລກສະຖິຕິກ່ຽວກັບເສດຖະກິດ ສັງຄົມ ປີ 2011 ແລະ ຕົວເລກໂດຍສັງເຂບກ່ຽວກັບການສຳຫລວດຊົນນະບົດ, ກະສິກຳ ແລະ ສິນໃນນ້ຳປີ 2011 ເປັນຄັ້ງໃຫຍ່. ທ່ານ ໂດ໋ທຶກ ຫົວຫນ້າກົມໃຫຍ່ດັ່ງກ່າວໄດ້ເປັນປະທານການປະຊຸມຂ່າວ ໃຫ້ຮູ້ວ່າ: ປີ 2011 ຍອດຜະລິດຕະພັນພາຍໃນປະເທດ GDP ຄາດວ່າ ເພີ່ມຂຶ້ນ 5.89% . ເຖິງວ່າ ລະດັບການຈະເລີນເຕີບໂຕ GDP ປີ 2011 ແມ່ນຕຳ່ກວ່າລະດັບເຕີບໂຕ 6.78% ຂອງປີ 2010 ກໍຕາມ, ແຕ່ໃນເງື່ອນໄຂສະພາບການຜະລິດປະສົບກັບຄວາມຫຍຸ້ງຍາກ ແລະ ທົ່ວປະເທດສຸມໃສ່ ບຸລິມະສິດຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ລະດັບຈະເລີນເຕີບໂຕດັ່ງກ່າວແມ່ນສູງພໍສົມຄວນ ແລະ ເໝາະສົມ. ລະດັບເພີ່ມຂຶ້ນຢ່າງສະເໝີຢູ່ທັງສາມຂົງເຂດ: ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ; ອຸດສາຫະກຳກໍ່ສ້າງ ແລະ ບໍລິການ. ບັນດາດັດຊະນີກ່ຽວກັບການຜະລິດອຸດສາຫະກຳ, ຍອດລະດັບລາຍຮັບຈາການຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການໃຊ້ສອຍ, ຂົນສົ່ງຜູ້ໂດຍສານ, ໄປຊະນີໂທລະຄົມມະນາຄົມ, ນັກທ່ອງທ່ຽວສາກົນມາຫວຽດນາມ ລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ປີ 2010. ປີ 2011 ແມ່ນປີທີ່ພື້ນຖານເສດຖະກິດຫວຽດນາມ ປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນ 10 ປີ ມານີ້ ຍ້ອນຜົນສະທ້ອນຈາກວິກິດການເສດຖະກິດໂລກ. ເຖິງຢ່າງໃດກໍຕາມ, ພື້ນຖານເສດຖະກິດຫວຽດນາມໃນປີນີ້ ມີສັນຍານດີພໍສົມຄວນ, ພິເສດ ແມ່ນຜົນສຳເລັດໃນການຈຳກັດການນຳເຂົ້າເກີນດຸນ ຕຳ່ກວ່າລະດັບ 10%.
“ປີນີ້ ຕົ້ນຕໍແມ່ນການເພີ່ມຂຶ້ນໃນຂົງເຂດສົ່ງອອກສິນຄ້າ. 14 ປະເພດສິນຄ້າມີວົງເງິນສົ່ງອອກບັນລຸ ກວ່າ 2 ຕື້ USD ເມື່ອທຽບກັບປີ 2010 ພຽງ 10 ປະເພດສິນຄ້າເທົ່ານັ້ນ. ອັດຕາສ່ວນນຳເຂົ້າເກີນດຸນຂອງປີ 2011 ກໍຕຳ່ຫລາຍ ເທົ່າກັບ 9.9% ເມື່ອທຽບໃສ່ການສົ່ງອອກ ນັ້ນກໍແມ່ນອັດຕາສ່ວນຕຳ່ສຸດໃນຮອບເວລາ 10 ມານີ້. ນີ້ກໍແມ່ນຈຸດເດັ່ນໃນປີ 2011.“
ເຖິງຢ່າງໃດກໍຕາມ, ປີ 2011 ເສດຖະກິດຫວຽດນາມ ຍັງປະເຊີນຫນ້າກັບສະພາບໄພເງິນເຟີ້. ດັດຊະນີລາຄາໃຊ້ສອຍສະເລ່ຍໄດ້ເພີ່ມຂຶ້ນເກືອບ 19% ເມື່ອທຽບໃສ່ລະດັບສະເລ່ຍຂອງປີ 2010, ລື່ນກາຍຫລາຍເມື່ອທຽບໃສ່ຕົວເລກຄາດໝາຍ 7 % ຊຶ່ງສະພາແຫ່ງຊາດໄດ້ວາງອອກນັບແຕ່ຕົ້ນປີ.