ກວ່າ 1000 ຄົນເຂົ້າຮ່ວມການບໍລິຈາກເລືອດທີ່ລາຍການ “ຢອດເລືອດແດງຝູອຽນ”

(VOVWORLD) -ໂດຍຕອບສະໜອງລາຍການ “ຂະບວນການບໍລິຈາກເລືອດ - ເຊື່ອມຕໍ່ສາຍເລືອດຫວຽດ”, ວັນທີ 30 ມິຖຸນາ, ມີກວ່າ 1000 ຄົນໄດ້ມາຫໍວັດທະນະທຳແຮງງານແຂວງຝູອຽນ ເພື່ອຈົດທະບຽນເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

ກວ່າ 1000 ຄົນເຂົ້າຮ່ວມການບໍລິຈາກເລືອດທີ່ລາຍການ “ຢອດເລືອດແດງຝູອຽນ” - ảnh 1ກວ່າ 1000 ຄົນເຂົ້າຮ່ວມການບໍລິຈາກເລືອດທີ່ລາຍການ “ຢອດເລືອດແດງຝູອຽນ”

(ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວນອນໃນວັນບຸນບໍລິຈາກເລືອດ ຂະບວນການບໍລິຈາກເລືອດ ດ້ວຍຫົວຂໍ້ວ່າ “ຢອດເລືອດແດງຝູອຽນ” ໂດຍຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດອາສາສະໝັກແຂວງ ຝູອຽນ ສົມທົບກັບສະຖາບັນເລືອດສາດ - ສົ່ງເລືອດສູນກາງ ຈັດຕັ້ງ. ໃນຊຸມມື້ທຳອິດໄດ້ຮັບເລືອດເກືອບ 870 ຖົງ, ລື່ນກາຍຄາດໝາຍທີ່ໄດ້ວາງອອກແມ່ນ 800 ຖົງ ເພື່ອຮັບໃຊ້ຄວາມຕ້ອງການປິ່ນປົວໃຫ້ຄົນເຈັບ.

      ລາຍການແມ່ນການເຄື່ອນໄຫວແທດຈິງ ເພື່ອແນໃສ່ຍູ້ແຮງວຽກງານສື່ສານກ່ຽວກັບການບໍລິຈາກເລືອດ ແລະ ຮັບເລືອດຢ່າງປອດໄພ, ຮັບເອົາເລືອດໃນປະລິມານຫຼາຍເພື່ອແກ້ໄຂສະພາບຂາດເລືອດໃນລະດູແລ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ