ກວ່າ 300 ຮ້ານວາງສະແດງເຂົ້າຮ່ວມງານຕະຫຼາດນັດລະດຸບານໃໝ່ 2014 ຢູ່ນະຄອນ ດານັ້ງ

ກວ່າ 300 ຮ້ານວາງສະແດງເຂົ້າຮ່ວມງານຕະຫຼາດນັດລະດຸບານໃໝ່ 2014 ຢູ່ນະຄອນ ດານັ້ງ - ảnh 1
(ພາປະກອບ)

(vovworld) – ຕອນ​ເຊົ້າວັນ​ທີ 16/1, ຄະນະ​ກຳມະການ​ປະຊາຊົນ ນະຄອນ ດານັ້ງ ​ໄດ້​ໄຂຕະຫຼາດນັດ​ລະ​ດູບານ​ໃໝ່ 2014 ຂຶ້ນ. ມີວິ​ສາ​ຫະກິດທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ 150 ​ແຫ່ງ​ໄດ້​ເຂົ້າຮ່ວມ​ເພື່ອ​ວາງສະ​ແດງ​ແນະນຳ​ຜະລິດ​ຕະພັນຫຼາຍຢ່າງ​ຄື: ​ເຄື່ອງ​ໄຟຟ້າ, ​ເຄື່ອງ​ສິລະ​ປະ​ຫັດ​ຖະກຳ, ຜະລິດ​ຕະພັນ​ມາ​ຈາກ​ບັນດາໝູ່ບ້ານ​ອາຊີບ​ຫັດ​ຖະກຳ, ​ເຄື່ອງ​ສຳອາງ,​ ​ເຄື່ອງ​ຕັດ​ຫຍິບ….ທ່ານ ​ເລ​ຫວຽດ​ເຕືອຍ ຮອງ​ຫົວໜ້າພະ​ແນ​ກອຸດສາຫະກຳ​ການ​ຄ້ານະຄອນ​ ດານັ້ງ ​ໃຫ້​ຮູ້​ວ່າ

  “ ຈຸດ​ໃໝ່ຂອງງານ​ຕະຫຼາດນັດປີນີ້​ແມ່ນ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ອົງການ​ສາກົນ ​ແລະ ພິ​ເສດ​ມີ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາຊຽນຄື ​ໄທ, ກຳປູ​ເຈຍ. ບັນດາ​ວິ​ສາຫະກິດ​ທີ່​ເຂົ້າຮ່ວມ​ງານ​ຕະຫຼາດນັດ​ໄດ້​ແນະນຳ​ບັນດາ​ຜະລິດ​ຕະພັນ​ໃໝ່ທີ່​ອຸດົມສົມ​ບຸນ, ຫຼາຍຮູບຫຼາຍ​ແບບ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ປະຊາຊົນ. ງານ​ຕະຫຼາດນັດກໍ່​ແມ່ນ​ໂອກາດ​ເພື່ອ​ສ້າງ​ຄວາມ​ສາມາດ​ແກ່ງແຍ້​ງລະຫວ່າງ​ບັນດາ​ວິ​ສາ​ຫະກິດ.”

ງານ​ຕະຫຼາດນັດ​ລະ​ດູບານ​ໃໝ່ 2014 ​ແມ່ນ​ເຫດການ​ສົ່ງ​ເສີມ​ການ​ຄ້າ​ຖືກ​ນະຄອນ ດານັ້ງ ຈັດ​ຂຶ້ນປະຈຳປີ​ແນ​ໃສ່​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ໃນ​ໂອກາດ​ບຸນ​ເຕັດ, ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເປີດ​ກວ້າງ​ຕະຫຼາດ ​ແລະ ພັດທະນາ​ການ​ຜະລິດ.

ຂ່າວ/ບົດ​ອື່ນ