ກວາງ​ນິງ ຈະ​ມີ​ເຂດ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ລວມ​ສູນ ດ້ວຍ​ເນື້ອ​ທີ 24,5 ເຮັກ​ຕາ

(VOVWORLD) -  ແຂວງ ກວາງນິງ ຫາກໍ່ມອບຂໍ້ຕົກລົງສຳລັບແຜນນະໂຍບາຍລົງທຶນໂຄງການເຂດເຕັກໂນໂລຢີດີຈີຕອນລວມສູນ ຕ່ວນເຈົາ ໃຫ້ແກ່ກຸ່ມບໍລິສັດ FPT. ໂຄງການດັ່ງກ່າວ ມີເນື້ອທີກວ່າ 8,9 ເຮັກຕາ, ຕັ້ງຢູ່ເທດສະບານ ຕ່ວນເຈົາ, ດ້ວຍເງິນລົງທຶນທັງໝົດກວ່າ 138 ຕື້ ດົ່ງ.
ກວາງ​ນິງ ຈະ​ມີ​ເຂດ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ລວມ​ສູນ ດ້ວຍ​ເນື້ອ​ທີ 24,5 ເຮັກ​ຕາ - ảnh 1ພິທີມອບຂໍ້ຕົກລົງສຳລັບແຜນນະໂຍບາຍລົງທຶນໂຄງການເຂດເຕັກໂນໂລຢີດີຈີຕອນລວມສູນ ຕ່ວນເຈົາ ໃຫ້ແກ່ກຸ່ມບໍລິສັດ FPT (ພາບ: FPT)

ກຸ່ມບໍລິສັດ FPT ຄາດຄະເນລົງທຶນກໍ່ສ້າງພື້ນຖານໂຄງລ່າງດ້ານເຕັກນິກ, ຫ້ອງການຄຸ້ມຄອງ ແລະ ບັນດາກິດຈະກຳຍ່ອຍຢ່າງຄົບຊຸດເພື່ອດຶງດູດວິສາຫະກິດເຕັກໂນໂລຢີດີຈີຕອນ, AI, Big Data, IoT, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ R&D.

        ໂຄງການກໍ່ສ້າງເຂດເຕັກໂນໂລຢີດີຈີຕອນລວມສູນ ຕ່ວນເຈົາ ຈະປະກອບສ່ວນນຳແຂວງ ກວາງນິງ ກາຍເປັນສູນເຕັກໂນໂລຢີໃໝ່ຂອງພາກເໜືອ, ບ່ອນເຕົ້າໂຮມວິສາຫະກິດດີຈີຕອນ, AI ແລະ ບັນດາຂະແໜງເຕັກໂນໂລຢີໃນອະນາຄົດ. ທ່ານ ຫງວຽນວັນຄວາ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ FPT, ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, FPT ຈະລົງທຶນສູນເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ນະວັດຕະກຳ ຢູ່ ຕ່ວນເຈົາ, ມຸ່ງໄປເຖິງການນຳ ຕ່ວນເຈົາ ກາຍເປັນແກ່ນສານທາງດ້ານວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳຂອງແຂວງ, ໜູນຊ່ວຍເປົ້າໝາຍພັດທະນາເສດຖະກິດສີຂຽວ ແລະ ໝູນວຽນຮອດປີ 2030.

ກວາງ​ນິງ ຈະ​ມີ​ເຂດ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ລວມ​ສູນ ດ້ວຍ​ເນື້ອ​ທີ 24,5 ເຮັກ​ຕາ - ảnh 2ທ່ານ ຫງວຽນວັນຄວາ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ FPT ກ່າວຄຳເຫັນທີ່ກອງປະຊຸມ (ພາບ: FPT)

        ປີ 2025 ກວາງນິງ ຢືນອັນດັບທີ 3 ໃນທົ່ວປະເທດ ໃນຂະນະທີ່ ດັດຊະນີນະວັດຕະກຳຂັ້ນທ້ອງຖິ່ນ (PII), ເພີ່ມຂຶ້ນ 3 ຂັ້ນ ເມື່ອທຽບໃສ່ປີ 2024. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ທາງແຂວງ ສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນມະຕິສະບັບເລກທີ 57 ຂອງກົມການເມືອງ ວ່າດ້ວຍການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດຢ່າງບຸກທະລຸ.

ຕອບກັບ

ຂ່າວ/ບົດ​ອື່ນ