ປີໃໝ່ 2026: ຂະແໜງທ່ອງທ່ຽວຮັບໃຊ້ແຂກທ່ອງທ່ຽວ 3,5 ລ້ານເທື່ອຄົນ

(VOVWORLD) - ບັນດາສະຖານທີ່ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ, ລວມມີ: ຝູກວັກ, ດ່າລາດ, ມັງແດນ, ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ດ່ານັ້ງ, ຍາຈາງ…
ປີໃໝ່ 2026: ຂະແໜງທ່ອງທ່ຽວຮັບໃຊ້ແຂກທ່ອງທ່ຽວ 3,5 ລ້ານເທື່ອຄົນ - ảnh 1(ແຂກທ່ອງທ່ຽວມາຢ້ຽມຢາມ ກວາງນິງ)

ໃນໂອກາດພັກການເພື່ອຕ້ອນຮັບປີໃໝ່ 2026 (ແຕ່ວັນທີ 01 – 04 ມັງກອນ 2026), ຄາດວ່າ ຂະແໜງທ່ອງທ່ຽວທົ່ວປະເທດໄດ້ຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວປະມານ 3,5 ລ້ານເທື່ອຄົນ. ຂໍ້ມູນໂດຍກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ຍົກອອກຕາມການໃນສະຖິຕິວັນທີ 04 ມັງກອນ.

ບັນດາສະຖານທີ່ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ, ລວມມີ: ຝູກວັກ, ດ່າລາດ, ມັງແດນ, ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ດ່ານັ້ງ, ຍາຈາງ… ໃນບັນດາທ້ອງຖິ່ນທີ່ຕ້ອນຮັບແຂກທ່ອງທ່ຽວຫຼາຍທີ່ສຸດໃນໂອກາດນີ້, ນະຄອນ ໂຮ່ຈີມິນ ໄດ້ນຳໜ້າດ້ວຍແຂກທ່ອງທ່ຽວປະມານ 1,24 ລ້ານເທື່ອຄົນ, ເພີ່ມຂຶ້ນ 65% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025; ນິງບິ່ງ ຕ້ອນຮັບແຂກທ່ອງທ່ຽວກວ່າ 723.000 ເທື່ອຄົນ; ກວາງນິງ ຕ້ອນຮັບແຂກທ່ອງທ່ຽວປະມານ 657.000 ເທື່ອຄົນ. ນາງ ຮວາທຽວຮວ່ຽນ, ຢູ່ແຂວງ ກວາງນິງ, ແບ່ງປັນວ່າ:

“ມີການເຄື່ອນໄຫວຫຼາຍຢ່າງຕ້ອນຮັບປີໃໝ່ 2026, ບັນຍາກາດຟົດຟື້ນມ່ວນຊື່ນທີ່ສຸດ, ຂ້າພະເຈົ້າຫວັງວ່າ ທຸກຄົນຕ້ອນຮັບປີໃໝ່ດ້ວຍຜົນສຳເລັດຫຼາຍຢ່າງ”.

ຂະແໜງທ່ອງທ່ຽວໄດ້ວາງເປົ້າໝາຍປີ 2026 ຈະຕ້ອນຮັບແຂກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວຢູ່ພາຍໃນປະເທດ 150 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ