ກວາງນິງ ແມ່ນຈຸດເດັ່ນຂອງຄວາມມານະພະຍາຍາມ, ການປ່ຽນແປງໃໝ່ ແລະ ປະດິດຄິດສ້າງ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ເນັ້ນໜັກວ່າ ທາງແຂວງໄດ້ຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດຢ່າງມິປະສິດທິຜົນ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງລັກສະນະເປັນເຈົ້າການຂອງທ້ອງຖິ່ນທີ່ມີຫຼາຍບດຮຽນປະສົບການໃນການພັດທະນາ.
ທີ່ການເຮັດວຽກ
(ພາບ: baoquangninh.vn)
|
ເຖິງວ່າເຂດເສດຖະກິດບໍ່ໄດ້ຮັບການເປີດກວ້າງຄືຢູ່ຫຼາຍທ້ອງຖິ່ນອື່ນ, ແຕ່ ກວາງນິງ ຍັງແມ່ນຈຸດເດັ່ນຂອງຄວາມມານະພະຍາຍາມ, ການປ່ຽນແປງໃໝ່ ແລະ ປະດິດຄິດສ້າງ ດ້ວຍຄາດໝາຍພັດທະນາເສດຖະກິດ, ສັງຄົມສ່ວນຫຼາຍແມ່ນບັນລຸໄດ້ ແລະ ລື່ນກາຍແຜນການ. ນີ້ແມ່ນການຕີລາຄາລວມຂອງທ່ານ ຫງວຽນຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ທີ່ການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ກວາງນິງ ໃນວັນທີ 20 ທັນວາ.
ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ເນັ້ນໜັກວ່າ ທາງແຂວງໄດ້ຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດຢ່າງມິປະສິດທິຜົນ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງລັກສະນະເປັນເຈົ້າການຂອງທ້ອງຖິ່ນທີ່ມີຫຼາຍບົດຮຽນປະສົບການໃນການພັດທະນາ. ໂດຍຕີລາຄາສູງວິໄສທັດຍຸດທະສາດຂອງແຂວງ, ທ່ານໄດ້ຮັບຮູ້ເລື່ອງ ກວາງນິງ ເປັນເຈົ້າການສະເໜີບັນດາແຜນນະໂຍບາຍ, ນະໂຍບາຍການລົງທຶນ, ການພັດທະນາໃໝ່, ພິເສດແມ່ນກົນໄກ, ນະໂຍບາຍພິເສດພັດທະນາເຂດສະຖະກິດ ເວິນດົນ; ລະບົບທາງລົດໄຟເຊື່ອມຕໍ່ແຂວງ ແລະ ພາຍໃນແຂວງ; ພ້ອມກັນນັ້ນ, ກໍ່ເນັ້ນໜັກເຖິງເລື່ອງຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ສ້າງແຜນຜັງທີ່ມີແບບມີແຜນ, ຮັບປະກັນປະສິດທິຜົນການລົງທຶນ.