(VOVWORLD) - ນັບແຕ່ວັນທີ 10 ທັນວາ, ແຂວງ ກວາງນິງ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດທ່ອງທ່ຽວ ແລະ ຂາຍປີ້ ເກັບກຳຂໍ້ມູນແຂກມາທ່ຽວອ່າວ ຮະລອງ ຢ່າງຄົບຖ້ວນ, ເພື່ອແນໃສ່ເພີ່ມທະວີການຄຸ້ມຄອງ ແລະ ຮັບໃຊ້ການຫັນເປັນດີຈີຕອນ.
ແຂກທ່ອງທ່ຽວຊຳລະ ໂດຍບໍ່ນຳໃຊ້ເງິນສົດ (ພາບ: quangninh.gov.vn) |
ຕາມຂໍ້ກຳນົດໃໝ່, ແຂກທ່ອງທ່ຽວ ຫວຽດນາມ ຕ້ອງແຈ້ງບັດປະຈຳຕົວ ຫຼື ເລກລະຫັດປະຈຳຕົວ; ແຂກທ່ອງທ່ຽວສາກົນສະໜອງຂໍ້ມູນກ່ຽວກັບໜັງສືຜ່ານແດນ ແລະ ສັນຊາດ. ເດັກນ້ອຍ ແລະ ຜູ້ທີ່ຍັງບໍ່ທັນມີໜັງສືຢ່າງຄົບຖ້ວນ ນຳໃຊ້ຂໍ້ມູນຂອງຜູ້ປົກຄອງ. ບັນດາຂໍ້ມູນຢັ້ງຢືນດັ່ງກ່າວ ຈະໄດ້ສະໜອງໃຫ້ແກ່ພະນັກງານຂາຍປີ້, ຜູ້ຄວບຄຸມຢູ່ທ່າກ່ຳປັ່ນທ່ອງທ່ຽວສາກົນ ຮະລອງ ແລະ ທ່າກ່ຳປັ່ນທ່ອງທ່ຽວສາກົນ ຕ່ວນເຈົາ.
ຄະນະຄຸ້ມຄອງມໍລະດົກໂລກ ອ່າວຮະລອງ - ອຽນຕື໋ ໃຫ້ຮູ້ວ່າ ຂໍ້ມູນດັ່ງກ່າວຈະໄດ້ນຳໃຊ້ຖືກຕ້ອງຕາມຈຸດປະສົງ, ຮັບປະກັນຄວາມປອດໄພ ແລະ ສິດສ່ວນຕົວ. ວາງເປົ້າໝາຍຮອດວັນທີ 01 ມັງກອນ 2026 ສ້າງສຳເລັດຖານຂໍ້ມູນ ແລະ ໝູນໃຊ້ເຕັກໂນໂລຢີເຂົ້າໃນການຂາຍປີ້.
ພະນັກງານຂາຍປີ້ແນະນຳໃຫ້ແກ່ແຂກທ່ອງທ່ຽວ (ພາບ: VOV) |
ນັບແຕ່ເດືອນທັນວາ 2025, ແຂກທ່ອງທ່ຽວ ຈີນ ສາມາດ ສະແກນລະຫັດ QR ດ້ວຍແອັບຊຳລະທີ່ຄຸ້ນເຄີຍຢູ່ຫຼາຍຈຸດບໍລິການພາຍໃນແຂວງ.
ທາງແຂວງ ກໍຍູ້ແຮງການສ້າງລະບົບນິເວດການທ່ອງທ່ຽວດີຈີຕອນ, ດ້ວຍແຜນທີ່ທາງອິນເຕີເນັດ, ຊ່ວຍໃຫ້ແຂກທ່ອງທ່ຽວສາມາດຄົ້ນຫາຂໍ້ມູນ, ຊີ້ທາງ, ຕີລາຄາການບໍລິການ ແລະ ຮັບຄຳແນະນຳຜ່ານແອັບ ຫຼື ລະຫັດ QR.