ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ກອງປະຊຸມ
(ພາບ: VGP/Nhật Bắc)
(vovworld) - ຕອນບ່າຍວັນທີ 13/9, ຢູ່ນະຄອນຮ້າລອງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ກອງປະຊຸມປະກາດບັນດາແຜນກຳນົດຍຸດທະສາດຂອງແຂວງກວາງນິງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າຈຸດໝາຍໜ້າທີ່ລວມນັ້ນແມ່ນ ເຮັດໃຫ້ເສດຖະກິດກວາງນິງ ເຕີບໂຕຢ່າງແຮງກວ່າ, ມີປະສິດທິຜົນສູງກວ່າ ແລະ ໝັ້ນຄົງກວ່າ, ຊີວິດຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີກວ່າ. ເພື່ອປະຕິບັດຈຸດໝາຍດັ່ງກ່າວໃຫ້ໄດ້. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ຊີ້ແຈ້ງວ່າ:
“ພວກເຮົາຕ້ອງປະຕິບັດຫຼາຍວຽກງານຢ່າງຄົບຊຸດ. ມື້ນີ້ຂ້າພະເຈົ້າຕີລາຄາສູງ, ຊົມເຊີຍແຂວງກວາງນິງ ເລີ່ມວາງແຜນກຳນົດຕາມຈີນຕະນາການໃໝ່, ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງໃຫ້ດີກວ່າ, ມີປະສິດທິຜົນກວ່າ, ຂຸດຄົ້ນຖ່ານຫີນໄດ້ຫຼາຍກວ່າ, ສະອາດກວ່າ, ໝັ້ນຄົງກວ່າ; ພັດທະນາການທ່ອງທ່ຽວໃຫ້ດີກວ່າ, ການບໍລິການຕ້ອງແຮງກວ່າອີກ, ຍົກສູງມູນຄ່າເພີ່ມຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ… ບັນຫາໃນຕໍ່ໜ້າແມ່ນພວກເຮົາຕ້ອງຄຸ້ມຄອງແຜນກຳນົດ ແລະ ຜັນຂະຫຍາຍການປະຕິບັດແຜນກຳນົດ, ສ້າງເງື່ອນໄຂສະດວກເພື່ອລະດົມບັນດາແຫຼ່ງກຳລັງ, ປະຕິບັດບັນດາໂຄງການລະອຽດ, ເຮັດໃຫ້ແຜນກຳນົດນີ້ປະກົດຜົນເປັນຈິງ“.
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ກໍ່ຮຽກຮ້ອງໃຫ້ແຂວງກວາງນິງ ສຸມໃສ່ການປະຕິຮູບບັນດາກົນໄກ, ລະບຽບການບໍລິຫານ ເພື່ອໃຫ້ແຂວງກວາງນິງ ມີສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ກໍ່ຮຽກຮ້ອງໃຫ້ແຂວງກວາງນິງ ສືບຕໍ່ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບບົນຈິດໃຈມິດຕະພາບ, ສະເໝີພາບ, ຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງຫວຽດນາມ.