(vovworld) - ວັນທີ 13/8, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດຕັ້ງກອງປະຊຸມສຳມະນາ “ກໍ່ສ້າງລະບົບຊີວະພາບດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງ“. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ ລ້ວນແຕ່ຖືວ່າກອງທຶນສ່ຽງໄພຕ້ອງການບົດບາດຂອງລັດ ເປັນນັກລົງທຶນທຳອິດ ແລະ ເມື່ອກອງທຶນນີ້ເຄື່ອນໄຫວຢ່າງເປັນປົກກະຕິ, ມີປະສິດທິຜົນຢ່າງແນ່ນອນແລ້ວ, ຈະມີບົດບາດຄຸ້ມຄອງ, ປະກາດໃຊ້ກົນໄກ, ນະໂຍບາຍ, ສ້າງສະພາບແວດລ້ອມນິຕິກຳໃຫ້ກອງທຶນເຄື່ອນໄຫວ. ທ່ານລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫງວຽນກວນ, ໃຫ້ຮູ້ວ່າ:
“ດ້ວຍການຄົ້ນຄ້ວາ, ຮ່ຳຮຽນເອົາບົດຮຽນຈາກບັນດາປະເທດພັດທະນາ, ພວກເຮົາສາມາດຖອນເວລາບັນລຸຄາດໝາຍຂອງໂຄງການ ຮ່ອມພູຊີລີກົນ ຫວຽດນາມ ລົງໄດ້ ແລະ ໃນໄລຍະບໍ່ດົນອີກ, ພວກເຮົາຈະມີກອງທຶນສ່ຽງໄພເຕັກໂນໂລຢີສູງຕາມເນື້ອໃນຈິດໃຈຂອງກົດໝາຍວ່າດ້ວຍເຕັກໂນໂລຢີສູງ. ພ້ອມກັນນັ້ນ, ຈະສ້າງກອງທຶນສ່ຽງໄພຂອງບັນດາພາກສ່ວນເສດຖະກິດ ເພື່ອໜູນຊ່ວຍໃຫ້ຫຼາຍວິສາຫະກິດດຳເນີນທຸລິກິດສຳເລັດຜົນ… ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ ກໍ່ຄືພາລະກິດຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ“.
ໂດຍໄດ້ຮັບການເລີ່ມຕົ້ນແຕ່ເດືອນ 10/2013, ແຜນຮ່າງຫັນເຕັກໂນໂລຢີເປັນການຄ້າ ຕາມຮູບແບບຮ່ອມພູ ຊີວີກົນ ຢູ່ຫວຽດນາມ ໄດ້ເລືອກເຟັ້ນ 9 ກຸ່ມດຳເນີນທຸລະກິດ ແລະ ແຕ່ລະກຸ່ມໄດ້ຮັບເງິນລົງທຶນ 10.000 USD; ພ້ອມກັນນັ້ນແມ່ນສ້າງຕັ້ງກອງທຶນສັງຄົມທີ່ສະຫງວນໃຫ້ການສ້າງວິສາຫາກິດດຳເນີນທຸລະກິດຢູ່ຫວຽດນາມ.