ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ເລື່ອນປະ​ກາດ​ການຄາດຄະເນແງ່​ຫວັງເສດຖະກິດໂລກ

(VOVWORLD) -ກົດບັນຢັດການເງິນນີ້ຈະປະກາດການຄາດຄະເນແງ່ຫວັງເສດຖະກິດໂລກ ໃນວັນທີ 25 ມັງກອນ, ຊ້າກວ່າ 1 ອາທິດ ເມື່ອທຽມໃສ່ແຜນການ ຍ້ອນສະພາບໂລກລະບາດໂຄວິດ-19 ຜັນແປຢ່າງສັບສົນ, ເພື່ອໃຫ້ກອງທຶນເງິນຕາສາກົນ (IMF) ສາມມາດສັງລວມຂໍ້ມູນລ່າສຸດກ່ຽວກັບບັນດາຜົນກະທົບຈາກໂລກລະບາດ ໂຄວິດ-19 ຕໍ່ກັບດັດຊະນີເສດຖະກິດ.
ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ເລື່ອນປະ​ກາດ​ການຄາດຄະເນແງ່​ຫວັງເສດຖະກິດໂລກ - ảnh 1ສຳນັກງານຂອງ IMF ຢູ່ Washington DC (ພາບ: AFP/TTXVN)

ວັນທີ 4 ມັງກອນ ທ່ານ Gerry Rice, ໂຄສົກຂອງກອງທຶນເງິນຕາສາກົນ(IMF) ໃຫ້ຮູ້ວ່າ ກົດບັນຢັດການເງິນນີ້ຈະປະກາດການຄາດຄະເນແງ່ຫວັງເສດຖະກິດໂລກ ໃນວັນທີ 25 ມັງກອນ, ຊ້າກວ່າ 1 ອາທິດ ເມື່ອທຽມໃສ່ແຜນການ ຍ້ອນສະພາບໂລກລະບາດໂຄວິດ-19 ຜັນແປຢ່າງສັບສົນ, ເພື່ອໃຫ້ກອງທຶນເງິນຕາສາກົນ (IMF) ສາມມາດສັງລວມຂໍ້ມູນລ່າສຸດກ່ຽວກັບບັນດາຜົນກະທົບຈາກໂລກລະບາດ ໂຄວິດ-19 ຕໍ່ກັບດັດຊະນີເສດຖະກິດ.

        ກ່ອນໜ້ານັ້ນ ໃນເດືອນ ທັນວາ 2021, ຜູ້ອຳນວຍການໃຫ່ຍກອງທຶນເງິນຕາສາກົນ (IMF), ທ່ານ ນາງ Kristalina Georgieva  ໃຫ້ຮູ້ວ່າມີຄວາມເປັນໄປໄດ້ສູງທີ່ອົງການນີ້ຈະຫຼຸດ ການຄາດຄະເນການຂະເຕີບໂຕເສດຖະກິດທົວໂລກ ໃນເດືອນ ມັງກອນ ຍ້ອນຄວາມວິຕົກກັງວົນທີ່ກ່ຽວຂ້ອງກັບການແຜ່ລະບາດຂ້ອງສາຍພັນໃໝ່ Omicron ລົງກວ່ານີ້ອີກ.

        ໃນເດືອນ ຕຸລາ 2021 (IMF), ໄດ້ຄາດຄະເນການເຕີບໂຕເສດຖະກິດທົ່ວໂລກແມ່ນ 5,9% ໃນປີ 2021 ແລະ 4,9% ໃນປີ 2022. ອົງການນີ້ກໍ່ໄດ້ກ່າວເຖິງຄວາມສ່ຽງເພີ່ມຂຶ້ນປັດໃຈຍາກທີ່ຈະຄາດຄະເນ ຍ້ອນປະກົດຕົວຂອງບັນດາສາຍພັນໃໝ່ຂອງພະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ