ກອງ​ທັບ - ປະ​ຊາ​ຊົນ ສະ​ເຫຼີມ​ສ​ະຫຼອງບຸນປີ​ໃໝ່ ຈອນ​ຈາ​ນຳ​ເທີ​ໄມ ຢູ່​ນະ​ຄອນເກິນ​ເທີ: ປັບ​ປຸງ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ

(VOVWORLD) -ລາຍການ “ກອງທັບ - ປະຊາຊົນ ນະຄອນ ເກີ່ນເທີ ສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ປີ 2021” ຖືກດຳເນີນໃນຕອນຄ່ຳວັນທີ 10 ເມສາ, ຢູ່ສະຖາບັນສົງ ຫິນະຍານ ຂະແມ, ເມືອງ ໂອມົນ, ນະຄອນ ເກີນເທີ ເພື່ອສະຫຼອງບຸນປີໃໝ່ ຈອນຈານຳເທີໄມ, ເຊິ່ງເປັນບຸນປີໃໝ່ປະເພນີຂອງຊາວ ຂະແມ.
ກອງ​ທັບ - ປະ​ຊາ​ຊົນ ສະ​ເຫຼີມ​ສ​ະຫຼອງບຸນປີ​ໃໝ່ ຈອນ​ຈາ​ນຳ​ເທີ​ໄມ ຢູ່​ນະ​ຄອນເກິນ​ເທີ: ປັບ​ປຸງ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ - ảnh 1ທ່ານເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ (ພາບ: VOV)

  ກ່າວຄຳເຫັນຢູ່ລາຍການດັ່ງກ່າວ, ທ່ານເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາສູງເລື່ອງນະຄອນ ເກີນເທີ ຈັດຕັ້ງລາຍການທີ່ແທດຈິງ ແລະ ເຕັມໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າຂະແມ. ພ້ອມກັນນັ້ນ, ອວຍພອນແດ່ພະມະຫາອາຈານ, ພະສັງຄະນາຍົກ, ພະອາຈານ, ພະສົງສຳມະເນນ, ພະນັກງານພາລະກອນ, ນັກຮົບ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ຕ້ອນຮັບບຸນປີໃໝ່ ຈອນຈານຳເທີໄມ ປີ 2021 ຢ່າງສະຫງົບສຸກ ແລະ ອົບອຸ່ນ.

        ລາຍການ “ກອງທັບ - ປະຊາຊົນ ນະຄອນ ເກີ່ນເທີ ສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ປີ 2021” ມີກິດຈະກຳທີ່ມີຄວາມໝາຍຫຼາຍຢ່າງ ເປັນຕົ້ນແມ່ນ: ຕິດຕັ້ງລະບົບດອກໄຟຢູ່ຖະໜົນເຂດຊົນນະບົດ; ກໍ່ສ້າງເຮືອນແຫ່ງມະຫາສາມັກຄີ, ລາຍການນ້ຳໃຈເພື່ອນມິດສະຫາຍ, ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ມອບທຶນການສຶກສາໃຫ້ແກ່ນັກຮຽນທຸກຍາກທີ່ມັກຮ່ຳຮຽນ. ບັນດາການເຄື່ອນໄຫວເຫຼົ່ານັ້ນ ໄດ້ຊ່ວຍປັບປຸງ, ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ