ກອງທັບກຳປູເຈຍພ້ອມ ແລ້ວທີ່ຈະປົກປ້ອງ ລັດຖະທຳມະນູນ

ກອງທັບກຳປູເຈຍພ້ອມ ແລ້ວທີ່ຈະປົກປ້ອງ ລັດຖະທຳມະນູນ - ảnh 1
(​ພາບ: baohomnay.com)

 (vovworld)- ທ່ານ Tia Banh ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ​ກຳປູ​ເຈຍ ປະກາດ​ວ່າ, ກຳລັງ​ປະກອບ​ອາວຸດ​ພະ​ບໍລົມ​ວົງສາ​ນຸວົງ​ພ້ອມ​ແລ້ວ​ທີ່​ຈະປົກ​ປ້ອງ​ລັດຖະທຳ​ມະນູນ​ຂອງລາຊະ​ອານາຈັກຖ້າ​ຫາກ​ວ່າ​ຝ່າຍ​ຄ້ານ​ຈັດການ​ແຫ່​ຂະ​ບວນປະ​ທ້ວງຄັ້ງຕ່າງໆ​ຢ່າງ​ຜິດ​ກົດໝາຍ. ກ່າວ​ຄຳ​ເຫັນ​ຢູ່​ພະນົມ​ເປັນ​ ເມື່ອ​ວັນ​ທີ 23/9, ທ່ານ Tia Banh ຢຶນຢັນ​ວ່າ: ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ​ຕ້ອງ​ຖືກ​ຈັດ​ຂຶ້ນ​ໃນ​ຂອບ​ເຂດ​ກົດໝາຍ. ທ່ານ Tia Banh ຍົກ​ອອກຄຳ​ປະກາດ​ດັ່ງກ່າວພາຍຫຼັງ​ທີ່​ທ່ານ Sam Rainsy ​ປະທານ​ພັກ CNRP ທັງ​ເປັນຫົວໜ້າ​ຝ່າຍ​ຄ້ານ ຢືນຢັນ​ວ່າ: ຝ່າ​ຍຄ້ານ​ຈະ​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ເພື່ອ​ຄັດຄ້ານ​ອຳນາດ​ການ​ປົກຄອງ​ໃໝ່​ເປັນ​ເວລາ 1 ວັນ. ​ເຖິງຢ່າງ​ໃດ​ກໍ່ຕາມ, ພາຍຫຼັງ​ການ​ປະຊຸມ​ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ CNRP ​ເມື່ອ​ວັນ​ທີ 26/9, ທ່ານ Sam Rainsy ​ໄດ້​ເວົ້າວ່າ: ພັກ​ຂອງ​ທ່ານ​ຈະ​ຊອກ​ຫາ​ວິທີ​ເຊື່ອມ​ຕໍ່​​ການ​ເຈລະຈາ​ຕ່າງໆກັບ​ພັກ ປຊຊ ກຳປູ​ເຈຍ (CPP) ກຳ​ອຳນາດ, ບາງ​ເທື່ອ CNRP ກໍ່ຈະ​ເຂົ້າຮ່ວມ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5.

 

 

ຂ່າວ/ບົດ​ອື່ນ