(ພາບປະກອບ)
(vovworld)- ກຳລັງເຂົ້າຮ່ວມການຊ້ອມຮົບຂອງກອງທັບປະຊາຊົນຫວຽດນາມ ຫາກໍ່ອອກເດີນທາງໄປບຣູໄນ ເຂົ້າຮ່ວມການຊ້ອມຮົບໜູນຊ່ວຍມະນຸດສະທຳ ແລະ ກູ້ຊ່ວຍໄພພິບັດ ສົມທົບກັບເສນາຮັກ ໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກ້ວາງ (ADMM+). ຄາດວ່າ, ການຊ້ອມຮົບທາງການຈະດຳເນີນໄປແຕ່ວັນທີ 17-20/6 ຊື່ງແມ່ນການຊ້ອມຮົບຂະໜາດໃຫ່ຍກ່ວາໝູ່ໃນປະຫວັດສາດອາຊຽນ ແລະ ຖືກຈັດຂຶ້ນເປັນຄັ້ງທຳອິດ. ທ່ານພັນເອກຟ້າມວັນຕິ, ຮອງຫົວໜ້າກົມກູ້ໄພກູ້ຊີບ, ກອງເສນາທິການໃຫ່ຍກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ:
“ນອກຈາກການຊ້ອມຮົບ, ພວກເຮົາຈະຕັ້ງໜ້າເຂົ້າຮ່ວມການແລກປ່ຽນກັບຜູ້ແທນກອງທັບປະເທດຕ່າງໆ, ບົນພື້ນຖານນັ້ນ ພວກເຮົາຈະຖອດຖອນບົດຮຽນໃນການຈັດຕັ້ງ, ຊີ້ນຳ, ບັນຊາ ແລະ ບໍລິຫານດ້ວຍບົດບາດຂອງກອງທັບໃນການຮັບມືກັບໄພທຳມະຊາດ, ໄພພິບັດ, ການກູ້ໄພກູ້ຊີບ. ນອກຈາກນັ້ນພວກເຮົາຍັງຈະແລກປ່ຽນບັນດາຂໍ້ມູນຂ່າວສານ, ບົດຮຽນໃນການໜູນຊ່ວຍມະນຸດສະທຳ, ກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ…ພິເສດ, ກອງທັບພວກເຮົາມີຄວາມຮັບຜິດຊອບໃນກອງທັບບັນດາປະເທດອາຊຽນເປີດກ້ວາງ ຊື່ງລວມມີ 10 ປະເທດອາຊຽນ ແລະ 8 ປະເທດອື່ນຢູ່ອາຊີ, ເອີລົບ ແລະ ປະເທດຕ່າງໆໃນໂລກ”.