ກອງທັບອາກາດລັດເຊຍທຳລາຍສະຖານທີ່ຫລາຍແຫ່ງຂອງIS

ກອງທັບອາກາດລັດເຊຍທຳລາຍສະຖານທີ່ຫລາຍແຫ່ງຂອງIS - ảnh 1
ເຮືອບິນສູ້ຮົບ Su34 ຂອງ ລັດເຊຍ ກຳລັງຖີມລະເບີດ
(ພາບ:RIANovosti )

(vovworld) – ວັນ​ທີ 19/10, ກອງທັບ ຊີຣີ ​ໃຫ້​ຮູ້​ວ່າ: ​ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ກຳລັງ​ກອງທັບ​ອາກາດ ລັດ​ເຊຍ ​ໄດ້​ດຳ​ເນີນການ​ບຸກ​ໂຈມ​ຕີ​ທາງ​ອາກາດ 33 ຄັ້ງ, ທຳລາຍ​ ​ເປົ້າ​ໝາຍ​ກ່ວາ 49 ​ແຫ່ງຂອງ​ບັນດາ​ມື​ປືນປະກອບ​ອາວຸດຢູ່​ບາງ​ເຂດ​ຂອງ ຊີຣີ. ສຳນັກ​ຂ່າວສານ​ແຫ່ງ​ລັດ​ ຊີຣີ SANA ​ໃຫ້​ຮູ້​ວ່າ: ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດຄັ້ງ​ຕ່າງໆ​ຂອງ ລັດ​ເຊຍ ​ໄດ້​ທຳລາຍ​​ເປົ້າ​ໝາຍ​ນັບ​ສິບ​ແຫ່ງ​ຂອງ​ບັນດາ​ກຸ່ມກໍ່​ການ​ຮ້າຍຢູ່​ຊານນະຄອນຫລວງ Damascus, ​ແຂວງ​ພາກ​ເໜືອ Aleppo, ​ແຂວງພາກ​ຕາ​ເວັນ​ຕົກ​ສຽງເໜືອ Idlib, ນະຄອນ​ແຄມ​ທະ​ເລ Latkia ​ແລະ ​ແຂວງ​ພາກ​ກາງ Hama. ໃນຂະນະນັ້ນ, ກອງທັບ ລັດເຊຍ ຖະແຫຼງວ່າ: ບັນດາເຮືອບິນສູ້ຮົບຂອງ ລັດເຊຍ ໄດ້ບຸກໂຈມຕີທາງອາກາດເຂົ້າຄ້າຍຝຶກຊ້ອມຂອງອົງການ “ລັດອິດສະລາມ” (IS) ອ້າງ​ຊື່​ເອງ​ຢູ່ Latakia ​ແລະ ​ຖານທີ່​ໝັ້ນ​ບັນຊາ​ການຂອງ​ແນວ​ໂຮມ Al – Nusra, ​ເຊິ່ງ​ແມ່ນ​ສາຂາ​ໜຶ່ງຂອງ​ອົງການ​ກໍ່​ການ​ຮ້າຍ​ສາກົນ Al – Qaeda  ຢູ່ Idlib.

ຂ່າວ/ບົດ​ອື່ນ