ກອງປະຊຸມ AMM 47 ອອກຖະແຫຼງ ການຮ່ວມກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບ ບົນທະເລ

ກອງປະຊຸມ AMM 47 ອອກຖະແຫຼງ ການຮ່ວມກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບ ບົນທະເລ - ảnh 1
(ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 47)

(vovworld) – ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 47 (AMM 47) ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ Nay Pyi Taw, ປະ​ເທດ​ມຽນມາ, ວັນ​ທີ 09/08 ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມຢືນຢັນ ​ອາ​ຊຽນ ສືບ​ຕໍ່​ຮັກ​ສາ, ປັບປຸງ​ຄວາມ​ສາມັກຄີ ​ແລະ ​ເປັນ​ເອກະ​ພາບ​ຫຼັກ​ໝັ້ນ​ກ່ຽວກັບ​ບັນດາ​ບັນຫາ​ກ່ຽວຂ້ອງ​ພາຍ​ໃນ​ກຸ່ມ, ການ​ພົວພັນ​ຕ່າງປະ​ເທດ​ຂອງ​ອາ​ຊຽນ ກໍ່​ຄື​ບັນດາ​ບັນ​ຫາ​ສາກົນ ​ແລະ ພາກ​ພື້ນ.

        ຖະ​ແຫຼ​ງການ​ຮ່ວມກໍ່​ຊີ້​ແຈ້ງວ່າ: ​ລັດຖະມົນຕີ​ເຫັນ​ດີ​ຢັ້ງຢືນ​ສືບ​ຕໍ່​ຊຸກຍູ້ບັນດາຫຼັກການ, ພື້ນຖານ ​ແລະ ຄຸນຄ່າ​ຂອງ​ອາ​ຊຽນ ​ເມື່ອ​ເຫັນ​ດີ​ຮັກສາ ​ແລະ ຊຸກ​ຍູ້​ອາ​ຊຽນ​ ​ໃຫ້​ກາຍ​ເປັນ​ພາກ​ພື້ນ​ນຳ​ໜ້າ​ໃນ​ບັນດາ​ພື້ນຖານ​ການພົວພັນ​ທີ່​ດີ​ໃນ​ພາກ​ພື້ນ​ຜ່ານ​ສັນຍາ “ສະໜິດສະໜົມ ​ແລະ ຮ່ວມ​ມື​ອາຊີ​ຕາ​ເວັນອອກ​ສ່ຽງ​ໃຕ້” (TAC), ສັນຍາ “ພາກ​ພື້ນ​ອາ​ຊຽນ ບໍ່​ມີ​ອາວຸດ​ນິວ​ເຄຼຍ” (SEANWFZ), ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ ກ່ຽວ​ກັບ​ບັນດາ​ຫຼັກ​ການ​ພົວພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ DOC ພາຍ​ໃຕ້​ການ​ສະໜັບສະໜູນ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ທັງ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ​ຢ່າງ​ແຮງ.

        ບັນດາ​ລັດຖະມົນຕີ​ເນັ້ນ​ໜັກ​ວ່າ: ອາ​ຊຽນ ຈະ​ເພີ່ມ​ທະວີ​ສຽງ​ເວົ້າ​ລວມ​ໃນ​ບັນດາ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ວິຕົກ​ກັງວົນ, ພິ​ເສດ​ແມ່ນ​ບັນດາ​ບັນ​ຫາ​ກ່ຽວຂ້ອງ​ເຖິງ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ ​ແລະ ພັດທະນາ. ບັນດາ​ລັດຖະມົນຕີ​ກໍ່​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ຄວາມ​ສະຫງົບ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ ​ແລະ ຄວາມ​ສະຫງົບ​ຂອງ​​ແຕ່ລະ​ປະ​ເທດສະມາຊິກ​ອາ​ຊຽນ ​ກໍ່​ຄື​ໃຫ້​ປະຊາ​ຄົມ​ອາ​ຊຽນ ​ເວົ້າ​ລວມ.

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ສືບ​ຕໍ່​ມີ​ຄວາມ​ວິຕົກ​ກັງວົນ​ອັນ​ເລິກ​ເຊິ່ງຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຢືນຢັນ​ຄືນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ທາງ​ທະ​ເລ ກໍ່​ຄື​ການ​ເດີນ​ທະ​ເລຢ່າງ​ເສລີ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ລັດຖະມົນຕີ​ໄດ້​ກະຕຸກ​ຊຸກຍູ້​ບັນດາຝ່າຍ​ທີ່​ກ່ຽວ​ຂ້ອງ​ປະຕິບັດ​ຄວາມ​ລະງັບ​ໃຈ ​ແລະ ຫຼີກ​ລ້ຽງ​ບັນດາ​ການ​ກະທຳ​ກໍ່​ໃຫ້​ສະພາບ​ການ​ສັບ​ຊົນ ​ແລະ ​ກໍ່​ຄວາມ​ເສຍ​ຫາຍ​​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ແກ້​ໄຂ​ການ​ຂັດ​ແຍ້​ງຜ່ານ​ບັນດາ​ມາດ​ຕະການ​ສັນຕິພາບ, ບໍ່​ນາບ​ຂູ່ ຫຼື ນຳ​ໃຊ້​ອາວຸດ, ລວມທັງ​ການ​ເຈລະຈາ​ຢ່າງ​ສະໜິດສະໜົມ, ທາ​ບທາມ​ຄວາມ​ເຫັນ ​ແລະ ​ເຈລະຈາ, ​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນ​ທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982. ບັນດາ​ລັດຖະມົນ​ຕີ​ໄດ້​ເຫັນ​ດີ ​ເພີ່ມ​ທະວີ​ການ​ທາ​ບທາມ​ຄວາມ​ເຫັນ​ກັບ​ຈີນ ກ່ຽວ​ກັບ​ບັນດາ​ມາດ​ຕະການ, ກົນ​ໄກ​ຮັບປະກັນ ​ແລະ ​ເພີ່ມ​ທະວີ​ການ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ​​ໂດຍສັງ​ລວມ, ກໍ່ຄື​ການເຈລະຈາ​ແທດຈິງ​ເພື່ອ​ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ